spot_img
Homeຂ່າວຕ່າງປະເທດຍ້ອນເຫດການກາດຍິງທີ່ໂຄລາດ! ບົດຮຽນທີ່ບໍ່ຄວນເບິ່ງຂ້າມ

ຍ້ອນເຫດການກາດຍິງທີ່ໂຄລາດ! ບົດຮຽນທີ່ບໍ່ຄວນເບິ່ງຂ້າມ

Published on

17 ຊົ່ວໂມງກັບປະຕິບັດການ “ກາດຍິງທີ່ໂຄລາດ” ຈົບລົງຢ່າງທີ່ຫຼາຍຄົນຄາດການໄວ້ລ່ວງໜ້າ ຄວາມຮຸນແຮງ, ຄວາມຕາຍ, ຄົນບາດເຈັບ, ຄົນໂຄລາດຂວັນຜະຫວາ ແລະ ມືປືນຖືກວິສາມັນ. ເຫດການຄວາມຮຸນແຮງນີ້ເຖິງແມ່ນວ່າຈະເກີດຂຶ້ນກັບປະເທດໄທ ແຕ່ກໍ່ຖືວ່າເປັນບົດຮຽນລາຄາແພງ ທີ່ຫຼາຍຄົນທີ່ຕິດຕາມຂ່າວຕ້ອງພິຈາລະນາທົບທວນ ແລະ ຄຳນຶງເຖິງການປ້ອງກັນເພື່ອບໍ່ໃຫ້ເກີດເຫດການແບບນີ້ຂຶ້ນໃນສັງຄົມບ້ານເຮົາ ເພາະໃນໂລກຂອງບົດລະຄອນ, ຂ່າວສານ, ລວມເຖິງທັງໃນເກມການຕໍ່ສູ້ເຂັ່ນຂ້າ ມັນລ້ວນສາມາດເກີດຂຶ້ນແທ້ໃນໂລກແຫ່ງຄວາມຈິງ ເພາະສືບເນື່ອງມາຈາກພຶດຕິກຳຮຽນແບບ, ຄວາມກົດດັນ, ຕ້ອງການປະຊົດຊີວິດ ຫຼື ຕ້ອງການເປັນຂ່າວດັງໃນຍຸກສະໄໝປັດຈຸບັນ ທຸກຢ່າງລ້ວນນຳໄປສູ່ປັດໄຈຂອງການກໍ່ເຫດຮຸນແຮງໄດ້.

ເມື່ອອາທິດທີ່ຜ່ານມາຫຼາຍຄົນອາດໄດ້ຕິດຕາມຂ່າວສານຂອງປະເທດເພື່ອນບ້ານ (ປະເທດ ໄທ) ເຫດການກາດຍິງທີ່ໂຄณາດ ຈັງຫວັດນະຄອນລາດຊະສີມາ ຖືວ່າເປັນຂ່າວທີ່ໄດ້ຮັບຄວາມສົນໃຈຈາກສັງຄົມທັງຄົນໄທ ລວມເຖິງປະຊາຄົມໂລກ ເນື່ອງຈາກເປັນເຫດການທີ່ອຸກອາດ ທ້າທາຍຕໍ່ກົດໝາຍບ້ານເມືອງ ແລະ ສ້າງຄວາມເສຍຫາຍທັງຊັບສິນ ລວມເຖິງມີຜູ້ບາດເຈັບເສຍຊີວິດຈຳນວນຫຼາຍ.

ເຫດການກາດຍິງທີ່ ໂຄຣາດ ຈັງຫວັດ ນະຄອນລາດຊະສີມາ ປະເທດ ໄທ ເກີດຂຶ້ນເມື່ອວັນທີ 8 ກຸມພາ 2020 ຜູ້ກໍ່ເຫດຄື “ສິບເອກ ຈັກກະພັນ ຖົມມາ“ ອາຍຸ 30 ປີ, ເປັນທະຫານສັງກັດຄ້າຍສຸຣະທຳພິທັກ ມີຄວາມຊຳນານໃນການຍິງປືນໄກ. ໃນວັນກໍ່ເຫດ, ສິບເອກ ຈັກກະພັນ ໄດ້ນັດນາງ ອະນົງ ແລະ ທ້າວ ພິທະຍາ ນາຍໜ້າ ເຂົ້າມາເຈລະຈາ ໂດຍມີ ພັນເອກ ອະນັນທະໂຣດ ກະແສ ເຊິ່ງເປັນຜູ້ບັນຊາການເປັນຄົນກາງ ເນື່ອງຈາກວ່າທັງສາມຄົນມີບັນຫາບໍ່ເຂົ້າໃຈກັນກ່ຽວກັບເງິນສ່ວນເກີນທີ່ເຫຼືອ, ເຊິ່ງກ່ອນໜ້ານີ້ສິບເອກ ຈັກກະພັນ ໄດ້ຊື້ເຮືອນໃນໂຄງການສະຫວັດດີການທະຫານ ໃນມູນຄ່າ 1.500.000 ບາດ ແລະ ໃຫ້ນາງ ອະນົງ ມິດຈັນ ດຳເນີນການເລື່ອງເອກະສານ ແລະ ຈັດການຕົບແຕ່ງພາຍໃນເຮືອນໃຫ້ ຈົນມີເງິນສ່ວນເກີນທີ່ເຫຼືອ 50.000 ບາດ, ນາງ ອະນົງ ຈຶ່ງໄດ້ສົ່ງເງິນສ່ວນນີ້ໃຫ້ທ້າວ ພິທະຍາ (ນາຍໜ້າຂາຍເຮືອນ) ສິບເອກ ຈັກກະພັນ ຈຶ່ງໄດ້ຂໍເງິນສ່ວນເກີນທີ່ເຫຼືອນີ້ຄືນກັບທ້າວ ພິທະຍາ ແຕ່ທ້າວ ພິທະຍາ ບໍ່ມີເງິນຄືນໃຫ້ ເພາະເງິນນີ້ໄດ້ໃຊ້ໄປໝົດແລ້ວ ເຂົາຈຶ່ງຂໍກູ້ເງິນຈາກນາງ ອະນົງ ແຕ່ເປັນການຕົກລົງຈຳນວນເງິນທີ່ບໍ່ລົງຕົວກັນ ເພາະກ່ອນໜ້ານີ້ ສິບເອກ ຈັກກະພັນ ເຂົ້າໃຈວ່າຕົນເອງຈະໄດ້ເງິນຄືນ 400.000 ບາດ ບໍ່ແມ່ນ 50.000 ບາດ. ເພາະສິບເອກ ຈັກກະພັນ ຮູ້ມາວ່າ ເພື່ອນທະຫານທີ່ຊື້ເຮືອນໃນໂຄງການນຳກັນ ກໍ່ໄດ້ຮັບເງິນຄືນໃນຈຳນວນ 400.000 ບາດແລ້ວ ຈຶ່ງຕັດສິນໃຈລົງມືກໍ່ເຫດ ໂດຍຜູ້ກໍ່ເຫດໄດ້ໃຊ້ປືນຍິງຜູ້ບັນຊາການ ແລະ ພີ່ນ້ອງຈົນເຖິງແກ່ຄວາມຕາຍ ຈາກນັ້ນກໍ່ຫຼົບໜີເຂົ້າມາໃນຕົວເມືອງ ແລ້ວກາດຍິງຜູ້ຄົນຕາມທາງຍ່າງບ້າບິ່ນ ກ່ອນຈະເຂົ້າໄປຫຼົບຊ້ອນຕົວໃນຫ້າງສັບພະສິນຄ້າ ເທີມິນໍ 21 ໂຄຣາດ ຈັບບຸກຄົນໃນຫ້າງເປັນຕົວປະກັນ ແລະ ຖ່າຍທອດສົດຕົວເອງໃນຂະນະກໍ່ເຫດລົງເຟສບຸ໊ກສ່ວນຕົວ, ເຈົ້າໜ້າທີ່ທະຫານ, ຕຳຫຼວດໄດ້ລະດົມກຳລັງເຂົ້າໃນການຈັບກຸມຕົວຄົນຮ້າຍ ລວມເຖິງເຂົ້າຊ່ວຍຜູ້ຄົນທີ່ຕິດຢູ່ໃນຫ້າງ ປະຕິບັດການດັ່ງກ່າວໃຊ້ເວລາ 17 ຊົ່ວໂມງ ກ່ອນທີ່ຜູ້ກໍ່ເຫດຈະຖືກວິສາມັນໃນຕອນເຊົ້າຂອງວັນທີ 9 ກຸມພາ ເຫດການໃນຄັ້ງນີ້ມີຜູ້ເສຍຊີວິດ 30 ຄົນ, ບາດເຈັບ 57 ຄົນ ໃນນັ້ນມີຈຳນວນຜູ້ບາດເຈັບສາຫັດ 32 ຄົນ. ເຫດການກາດຍິງໃນຄັ້ງນີ້ຖືວ່າເປັນເຫດການກາດຍິງທີ່ຮ້າຍແຮງທີ່ສຸດໃນປະຫວັດສາດຂອງໄທ.

 

ຮຽບຮຽງຂ່າວ: ພຸດສະດີ

 

 

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...