spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້3 ວັນ​ມີ​ອຸບັດ​ເຫດ​ເກີດ​ຂຶ້ນ 24 ກໍລະນີ

3 ວັນ​ມີ​ອຸບັດ​ເຫດ​ເກີດ​ຂຶ້ນ 24 ກໍລະນີ

Published on

lao6

ຕາມ​ການ​ສະຫລຸບອຸບັດ​ເຫດ​ 3 ວັນ​​ໃນ​ງານ​ບຸນຊ່ວງ​ເຮືອ​ປະຈຳ​ປີ 2014 ທີ່ ທ່າ​ວັດ​ຈັນ ນະຄອນຫລວງ​ວຽງຈັນ

ຂອງ​ທ່ານ  ພັຕ ບຸນ​ມາກ ສູນ​ດາ​ໄລ ​ຮອງ​ຫົວໜ້າພະ​ແນ​ກຕຳຫລວດ​ຈາລະ​ຈອນນະຄອນຫລວງວຽງຈັນ ໃຫ້​

ຮູ້​ວ່າ: ນັບ​ແຕ່​ວັນ​ທີ 7-9 ​ເດືອນຕຸລາ ປີ 2014, ມີ​ອຸບັດ​ເຫດ ​ເກີດ​ຂຶ້ນທັງໝົດ 24 ກໍລະນີ, ພະ​ຫາ​ນະ​ເປ່​ເພ

52 ຄັນ ​ແລະ ຜູ້ບາດ​ເຈັບ 47 ລາຍ, ​ເຫັນ​ວ່າ ອຸບັດ​ເຫດແມ່ນເພີ່ມ​ຂຶ້ນ​ແຕ່​ບໍ່ມີ​ຜູ້​ເສຍ​ຊີວິດ ຖ້າ​ທຽບ​ໃສ່​ປີ 2013

ມີອຸບັດ​ເຫດເກີດ​ຂຶ້ນ 19 ກໍລະນີ, ພາຫະນະ​ເປ່​ເພ 38 ຄັນ, ​ຜູ້​ບາດ​ເຈັບ 33 ລາຍ ​ແລະ ​ເສຍ​ຊີວິດ 1 ລາຍ.

ສາ​ເຫດ​ທີ່​ເກີດ​ອຸບັດ ​ເຫດ​ແມ່ນ​ຜູ້​ຂັບ​ຂີ່​ຂາດ​ສະຕິ, ດື່ມ​ຂອງ​ມືນ​ເມົາ​ແລ້ວ​ຂັບ​ຂີ່​ດ້ວຍ​ຄວາມ​ໄວ ​ແລະ ບໍ່​ເຄົາລົບ

​ກົດ​ລະບຽບຈາລະ​ຈອນ. ສະນັ້ນ ຢາກ​ຝາກ​ເຖິງ​ຜູ້​ໃຊ້​ລົດ​ ໃຊ້​ຖະ ໜົນຄວນມີ​ສະຕິ​​ເປັນ​ເຈົ້າ​ການ​​ປະຕິບັດ​ກົດ​ລະ

ບຽບຈາລະ​ຈອນ ​ແລະ ​​ແຈ້ງ​ການຕ່າງໆໃຫ້​ເຂັ້ມງວດ ​ເພື່ອ​​​ໃຫ້​ອຸບັດ​ເຫດ​ຕາມ​ທ້ອງ​ຖະໜົນຫລຸດ​ລົງ.

ທ່ານ​ຍັງ​ໃຫ້​ຮູ້​ຕື່ມ​ວ່າ: ​ເພື່ອ​ຄວາມ​ເປັນ​ລະບຽບຮຽບຮ້ອຍ​ໃນ​ງານ​ບຸນຊ່ວງ​ເຮືອ​ປະຈຳ​ປີ 2014 ທີ່ ທ່າ​ວັດ​ຈັນ​

ທາງ​ພາກສ່ວນ​ແນ​ກຕຳຫລວດ​ຈາລະ​ຈອນ ນະຄອນຫລວງວຽງຈັນ ​​ແມ່ນ​ມີ​ການວາງ​ກຳລັງ​ປ້ອງ​ກັນ​ທັງໝົດ

95ຈຸດ, ສະ​ເພາະ​ວົງ​ໃນ 56 ຈຸດ ​ແລະ ມີ​ກຳລັງ 300 ກວ່າ​ສະຫາຍ. ນອກ​ນັ້ນ ຍັງ​ໄດ້​ເປີດ​ບູດ​ຂອງ​ຕຳຫລວດ​ຈາ

ລະ​ຈອນ​ຂຶ້ນ ​ເພື່ອ​ໂຄສະນາ​ເຜີຍ​ແຜ່​ກົດ​ລະບຽບຈາລະ​ຈອນ​ໃຫ້​ແກ່ມ​ວນຊົນ​ທີ່​ເຂົ້າ​ຮ່ວມ​ ໃນ​ງານ​ບຸນ ​ໄດ້​ຮູ້​ເຖິງ

​ຜົນ​ເສຍ​ ຫາຍ​ຈາກ​ການບໍ່ປະຕິບັດ​ກົດ​ລະບຽບຈາລະ​ຈອນ. ການ​ໂຄສະນາ​ເຜີຍ​ແຜ່​ກົດ​ລະບຽບຈາລະ​ຈອນ​ໃນ​

ຄັ້ງນີ້ ​ເຫັນ​ວ່າ ​ໄດ້​ຮັບ​ຜົນ​ດີ ​ແລະ ມວນ​ຊົນ​ກໍ​ໃຫ້​ຄວາມສົນ​ໃຈ.

ສຳລັບ ​ສະພາບ​ຂອງການ​ສັນຈອນ​ປີນີ້ ​ແມ່ນມີ​ຄວາມ​ເປັນ​ລະບຽບຮຽບຮ້ອຍ, ​ສະດວກ​ສະບາຍ​ໃນ​ການ​ໃຊ້

​ລົດ​ໃຊ້​ຖະໜົນຂອງ​ພໍ່, ແມ່​ປະຊາຊົນຖ້າ​ທຽບ​ໃສ່​ປີຜ່ານມາ. ແຕ່​ຍັງມີ​ບາງ​ຈຸດ​ທີ່​ເຮັດ​ໃຫ້ການ​ສັນຈອນ​ແອ​ອັດ

​ເຊັ່ນ: ຈຸດໜ້າກະຊວງ​ແຜນການ ​ແລະ ການ​ລົງທຶນ, ຈຸດໜ້າ ວັດ​ອົງ​ຕື້, ອິນ​ແປງ ​ແລະ ຈຸດໜ້າຫໍ​ວັດທະນະ

ທຳ, ​ໄຟ​ແດງ​ຂົວ​ຫລວງ.  ສາ​ເຫດ​ແມ່ນ​ຜູ້​ປະກອບ​ການ​ຝາກ​ລົດ​ໄດ້​ເອົາ​ເສັ້ນທາງ​ດັ່ງກ່າວ​ ເຮັດ​ເປັນ​ບ່ອນ​ຝາກ

​ລົດ ຈຶ່ງ​ເຮັດ​ໃຫ້​ເສັ້ນທາງ​ແຄບ, ການ​ໄປມາ​ຂອງ​ລົດ​ບໍ່ສະດວກ ​ແລະ ການ​ເຂົ້າ​ຮ່ວມ​ຂອງ​ມວນ​ຊົນ​ໃນ​ປີນີ້​ແມ່ນ

​ເພີ່ມ​ຂຶ້ນຫລາຍ​ກວ່າ​ທຸກໆປີຜ່ານມາ.

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...