spot_img
Homeຂ່າວຕ່າງປະເທດອີຕາລີລະເບີດຂົວໃນເມືອງເຈນົວໂມແຣນດີອາຍຸກວ່າ 50 ປີ

ອີຕາລີລະເບີດຂົວໃນເມືອງເຈນົວໂມແຣນດີອາຍຸກວ່າ 50 ປີ

Published on

ທາງການອີຕາລີຕັດສິນໃຈລະເບີດຊາກທີ່ເຫຼືອຂອງຂົວເຈນົວໂມແຣນດີທີ່ມີອາຍຸ 51 ປີໃນເມືອງເຈນົວ ຊຶ່ງຂົວແຫ່ງນີ້ເກີດເຫດພັງຖະຫຼົ່ມເມື່ອເດືອນສິງຫາປີ 2018 ເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດເຖິງ 43 ລາຍ.

ລາຍງານຂ່າວຕ່າງປະເທດເມື່ອວັນທີ 28 ມິຖຸນາຜ່ານມາໃຫ້ຮູ້ວ່າ ຊາກທີ່ເຫຼືອຂອງຂົວທີ່ພັງຖະຫຼົ່ມຊຶ່ງມີສະພາບຊຸດໂຊມ ແລະ ບໍ່ສາມາດບູລະນະສ້ອມແປງຄືນໃໝ່ໄດ້ ດັ່ງນັ້ນ ທາງການຈຶ່ງຕັດສິນໃຈລະເບີດຂົວດັ່ງກ່າວຖິ້ມ ໂດຍມີຮອງນາຍົກລັດຖະມົນຕີກະຊວງປ້ອງກັນປະເທດຂອງອີຕາລີຮ່ວມສັງເກດການຮື້ຖອນໃນຄັ້ງນີ້.

ລາຍງານຂ່າວດຽວກັນລະບຸອີກວ່າ ປະຊາຊົນປະມານ 4.000 ຄົນທີ່ອາໄສຢູ່ໃນຊຸມຊົນໃກ້ຄຽງຖືກສັ່ງໃຫ້ອົບພະຍົບອອກມາໃນລະຫວ່າງການລະເບີດ ຊຶ່ງໃຊ້ເວລາໃນການລະເບີດພຽງ 7 ວິນາທີເທົ່ານັ້ນ.

ທັງນີ້ ລັດຖະບານຂອງອີຕາລີມີແຜນຈະສ້າງຂົວແຫ່ງໃໝ່ທົດແທນຂົວແຫ່ງນີ້ ຊຶ່ງໄດ້ເປີດນຳໃຊ້ມາແຕ່ປີ 1967 ຫຼື ປະມານ 51 ປີ ຂົວດັ່ງກ່າວມີຄວາມຍາວ 210 ແມັດ ແລະ ສູງ 45 ແມັດ ແລະ ເປັນສ່ວນໜຶ່ງຂອງທາງຫຼວງສາຍ A10 ຂອງອີຕາລີ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: posttoday

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...