spot_img
Homeຂ່າວຕ່າງປະເທດເຜີຍຕົວຢ່າງຮູບເງົາ “ນາງຟ້າຊາລີເວີເຊິນປີ 2019”

ເຜີຍຕົວຢ່າງຮູບເງົາ “ນາງຟ້າຊາລີເວີເຊິນປີ 2019”

Published on

ຖືເປັນອີກໜຶ່ງຮູບເງົາທີ່ມີແຟນໆຕິດຕາມຢູ່ທົ່ວໂລກສຳລັບເຟຣນຊາຍຮູບເງົາຍອດນິຍົມນັ້ນກໍຄື Charlie’s Angels ພາຍຫຼັງທີ່ຖືກດັດແປງຈາກຊີຣີທາງໂທລະພາບໃນອະດີດໃຫ້ກາຍເປັນຮູບເງົາຟອມຍັກເມື່ອປີ 2000 ຊຶ່ງໄດ້ສ້າງກະແສຮືຮາ ແລະ ເປັນຮູບເງົາທີ່ຖືກເວົ້າເຖິງຫຼາຍທີ່ສຸດ ບວກກັບນັກສະແດງຊື່ດັງທີ່ຮັບບົດສາມສາວນາງຟ້ານັ້ນກໍຄື ດຣູ ແບຣີມໍຣ ລູຊີ ລິວ ແລະ ຄາເມຣອນ ດີແອຊ.

ຫຼ້າສຸດ ໃນປີ 2019 ນີ້ ສະຕູດິໂອຍັກໃຫຍ່ນັ້ນກໍຄື ໂຊນີ່ ໄດ້ຈັບເອົາຮູບເງົາ Charlie’s Angels ໃນເວີເຊິນໃໝ່ຊຶ່ງກຽມອອກສາຍໃຫ້ແຟນໆໄດ້ຮັບຊົມໃນເດືອນພະຈິກທີ່ຈະເຖິງນີ້ ກຳກັບໂດຍ ອາລິຊາເບທ ແບັງ ຊຶ່ງຫຼ້າສຸດກໍໄດ້ປ່ອຍພາບຕົວຢ່າງອອກມາໃຫ້ໄດ້ຮັບຊົມແລ້ວ ຊຶ່ງໃນເວີເຊິນນີ້ໄດ້ 3 ນັກສະແດງທີມໃໝ່ທີ່ມາຮັບບົດນາງຟ້າຊາລີນັ້ນກໍຄື ຄຣິສຕຽນ ສະຈວຕ ນາໂອມິ ສະກ໋ອດ ແລະ ເອລລ່າ ບາລິນສະກາ ຖືເປັນ 3 ນັກສະແດງທີ່ໂດ່ງດັງທີ່ສຸດໃນຍຸກນີ້.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: posttoday

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...