ໄຂຂື້ນຢ່າງເປັນທາງການກອງປະຊຸມ G20 summit ທີ່ຮວບຮວມບັນດາປະທານາທິບໍດີຂອງບັນດາກຸ່ມສະມາຊິກປະເທດພັດທະນາ ແລະ ເສດຖະກິດເກີດໃໝ່ຊຶ່ງຈັດຂື້ນທີ່ INTEX ເມືອງໂອຊາກາ ປະເທດຍີ່ປຸ່ນໃນວັນທີ 27-28 ມິຖຸນາ 2019.
ກອງປະຊຸມໃນຄັ້ງນີ້ແມ່ນໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍຈາກປະຊາຊົນທົ່ວໂລກ ນອກຈາກບັນດາຫົວຂໍ້ຫຼັກທີ່ຈະຍົກຂື້ນມາແກ້ໄຂເຊັ່ນ ເສດຖະກິດໂລກ ການຄ້າ ແລະ ການລົງທຶນ ນະວັດຕະກຳ (ການຮອງຮັບທາງດ້ານເສດຖະກິດດິຈິຕ້ອນ ແລະ ປັນຍາປະດິດ) ບັນຫາການປ່ຽນແປງທາງດ້ານສະພາບດິນຟ້າອາກາດ ການແກ້ໄຂບັນຫາຄວາມບໍ່ເທົ່າທຽມກັນ (ພື້ນຖານໂຄງລ່າງ ແລະ ການສະໜັບສະໜູນເປົ້າໝາຍຂອງການພັດທະນາແບບຍືນຍົງ) ແລະ ອີກປະເດັນທີ່ຮ້ອນແຮງຢ່າງເຂັ້ມຂຸ້ນກໍຄື ສົງຄາມພາສີການຄ້າລະຫວ່າງ ຈີນ-ອາເມຣິກາ ທີ່ຮຸນແຮງຂື້ນທຸກມື້ ບວກກັບການຢຸດຕິບັນຫາຂອງອາເມຣິກາ-ອີຣ່ານ ແລະ ອາດຈະລວມໄປເຖິງບັນຫາການປົດອາວຸດນິວເຄລຍຂອງ ສປ ເກົາຫຼີ ອີກດ້ວຍ.
ໃນກອງປະຊຸມຄັ້ງນີ້ປະກອບດ້ວຍຜູ້ນຳຂອງບັນດາປະເທດສະມາຊິກ G20 ປະກອບດ້ວຍ
1. ປະທານາທິບໍດີອາກຊັງຕິນ ມາກຣີ (Mauricio Macri)
2. ມໍຣິສັນ (Scott Morrison) ນາຍົກລັດຖະມົນຕີອົດສະຕາລີ
3. ປະທານາທິບໍດີບຣາຊິນ ໂບໂຊນາໂຣ (Jair Messias Bolsonaro)
4. ນາຍົກລັດຖະມົນຕີການາດາ ທູຣໂດ (Justin Pierre James Trudeau)
5. ປະທານາທິບໍດີ ສປ ຈີນ ສີ ຈີ້ນຜີງ (Xi Jinping)
6. ປະທານາທິບໍດີຝຣັ່ງ ມາຄຣອງ (Emmanuel Jean-Michel Frédéric Macron)
7. ນາຍົກລັດຖະມົນຕີເຢຍລະມັນ ເມີເຄີຣ (Angela Dorothea Merkel)
8. ນາຍົກລັດຖະມົນຕີອິນເດຍ ໂມທີ (Narendra Damodardas Modi)
9. ນາຍົກລັດຖະມົນຕີອິນໂດເນເຊຍ ໂຈໂກ ວີໂດໂດ (Joko Widodo)
10. ນາຍົກລັດຖະມົນຕີອີຕາລີ ຄອງເຕ (Giuseppe Conte)
11. ປະທານາທິບໍດີຍີ່ປຸ່ນ ອາເບະ (Abe Shinzō)
12. ປະທານາທິບໍດີເກົາຫຼີໃຕ້ ມຸນ ແຈ-ອິນ (Moon Jae-in)
13. ປະທານາທິບໍດີອາຟຣິກາໃຕ້ ລາມາໂພຊາ (Cyril Ramaphosa)
14. ປະທານາທິບໍດີລັດເຊຍ ປູຕິນ (Vladimir Vladimirovich Putin)
15. ເຈົ້າຊາຍແຫ່ງຊາອຸດິດອາຣັບບີ ຊາມັນ (Salman bin Abdulaziz Al Saud)
16. ປະທານາທິບໍດີຕວັກກີ ແອຣ໌ໂດອັນ (Recep Tayyip Erdoğan)
17. ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກອັງກິດ ເມ (Theresa May)
18. ປະທານາທິບໍດີສະຫະລັດອາເມຣິກາ ທຣັມ (Donald John Trump)
19. ປະທານາທິບໍດີແຫ່ງສະຫະພາບເອີຣົບ (Donald Franciszek Tusk)
20. ປະທານາທິບໍດີແຫ່ງສະຫະພາບເອີຣົບ (Jean-Claude Juncker)
ຊຶ່ງປະທານປະເທດເມັກຊິກແມ່ນບໍ່ສາມາດເຂົ້າຮ່ວມໄດ້ເນື່ອງຈາກຕິດພາລະກິດສຳຄັນ
ແນ່ນອນວ່າກອງປະຊຸມໃນຄັ້ງນີ້ແມ່ນໄດ້ຮວມຮວບບັນດາຜູ້ນຳທີ່ສຳຄັນຂອງໂລກ ປະເທດຍີ່ປຸ່ນເອງໃນຖານະທີ່ເປັນເຈົ້າພາບຈັດງານ Osaka G20 Summit ແມ່ນໄດ້ໃຫ້ຄວາມສຳຄັນເປັນທີ່ສຸດຕໍ່ລະບົບຄວາມປອດໄພ ໂດຍມີເຈົ້າໜ້າທີ່ກວ່າ 32.000 ຄົນຮັກສາການຢູ່ຕາມຖະໜົນທຸກສາຍແມ່ນມີເຈົ້າໜ້າທີ່ປະຈຳການຢູ່ຢ່າງຫຼວງຫຼາຍ ແລະ ເຂັ້ມງວດຕະຫຼອດ 24 ຊົ່ວໂມງໃນຊ່ວງໄລຍະເວລາຂອງກອງປະຊຸມ ທຸກການເຄື່ອນໄຫວແມ່ນໄດ້ຖືກບັນທຶກໄວ້.
ໂຮງຮຽນໄດ້ຖືກສັ່ງພັກການຮຽນຊົ່ວຄາວ ແລະ ບັນດາຫ້າງຮ້ານສັບພະສິນຄ້າຕ້ອງປິດຊົ່ວຄາວຈົນກວ່າກອງປະຊຸມຈະສຳເລັດ ຕາມຖະໜົນຫົນທາງທົ່ວເມືອງໂອຊາກາແມ່ນຖືໄດ້ວ່າການຈະລາຈອນໄປມາຂອງພາຫະນາແມ່ນຖືວ່າບາງສົມຄວນ.
ພາຍໃນງານກອງປະຊຸມແມ່ນມີຜູ້ເຂົ້າຮ່ວມ 30.000 ຄົນ ແລະ ພາຍໃນງານຍັງປະກອບໄປດ້ວຍງານວາງສະແດງນະວັດຕະກຳແຫ່ງຄວາມກ້າວໜ້າຂອງປະເທດຍີ່ປຸ່ນ ອາຫານຊັ້ນເລີດທີ່ຂຶ້ນຊື່ຂອງເມືອງໂອຊາກາທີ່ປະເທດຍີ່ປຸ່ນຍົກໃຫ້ເປັນຫ້ອງຄົວແຫ່ງແດນປາດິບກໍວ່າໄດ້ ເນື່ອງຈາກເມືອງໂອຊາກາແມ່ນຕິດກັບທະເລເຊໂຕະ ອ່າວໂອຊາກາ ແລະ ຍັງເປັນສູນກາງແຫ່ງອຸດສາຫະກຳການຄ້າອີກດ້ວຍ.
ລາຍງານສົດຈາກເມືອງໂອຊາກາ ປະເທດຍີ່ປຸ່ນ
ຮ່ວມກັບກະຊວງການຕ່າງປະເທດຍີ່ປຸ່ນ ແລະ ສະຖານທູດຍີ່ປຸ່ນແຫ່ງ ສປປ ລາວ
ຮູບພາບຈາກ: Osaka G20 Summit