ມະຫາເສດຖີຜູ້ສະໝັກຊີງຕຳແໜ່ງຜູ້ນຳອາເມຣິກາໃນປີ 2020 ປະກາດແຈກເງິນແກ່ຊາວອາເມຣິກາເດືອນລະ 1.000 ໂດລາແກ້ບັນຫາວ່າງງານ ເມື່ອບໍ່ດົນມານີ້ Oxford Economics ຊຶ່ງເປັນບໍລິສັດຊື່ດັງດ້ານການວິເຄາະ ແລະ ຄາດການສະຖານະການໂລກໄດ້ເຜີຍຜົນການວິໄຈວ່າ ພາຍໃນປີ 2030 ແຮງງານໃນພາກອຸດສາຫະກຳທົ່ວໂລກ ໂດຍສະເພາະແຮງງານທີ່ມີສີມືຕ່ຳຈະມີຄວາມສ່ຽງຕົກງານເຖິງ 20 ລ້ານຄົນເນື່ອງຈາກຈະຖືກຫຸ່ນຍົນເຂົ້າມາແທນທີ່ ຊຶ່ງນັບແຕ່ປີ 2000 ເປັນຕົ້ນມາແຮງງານກຸ່ມນີ້ເສຍຕຳແໜ່ງງານໃຫ້ຫຸ່ນຍົນໄປແລ້ວປະມານ 1,7 ລ້ານຕຳແໜ່ງ.
ດ້ວຍເຫດນີ້ ແອນດຣູ ຫຍາງ ມະຫາເສດຖີທີ່ປະກາດຕົວເປັນຕົວແທນພັກເດໂມແຄຣດໃນການຊີງຕຳແໜ່ງປະທານາທິບໍດີອາເມຣິກາໃນປີ 2020 ຈຶ່ງປະກາດນະໂຍບາຍທີ່ມີຊື່ວ່າ Universal Basic Income ຫຼື ການຈັດສັນລາຍໄດ້ຂັ້ນພື້ນຖານໃຫ້ກັບປະຊາຊົນຊາວອາເມຣິກາຄົນລະ 1.000 ໂດລາຕໍ່ເດືອນເພື່ອເປັນສະຫວັດດີການ ແລະ ແກ້ບັນຫາການວ່າງງານເນື່ອງຈາກຖືກຫຸ່ນຍົນເຂົ້າມາແທນທີ່ ຈາກການປະກາດນະໂຍບາຍດັ່ງກ່າວນີ້ຈຶ່ງເຮັດໃຫ້ ຫຍາງ ກາຍເປັນຂວັນໃຈຄົນໃໝ່ຂອງຊາວອາເມຣິກາຢ່າງຫຼວງຫຼາຍ ໂດຍສະເພາະກຸ່ມຄົນລຸ້ນໃໝ່ ແລະ ເຮັດໃຫ້ ຫຍາງ ກາຍເປັນຜູ້ຊີງຕຳແໜ່ງຜູ້ນຳປະເທດທີ່ໜ້າຈັບຕາອີກຄົນໜຶ່ງ.
ຂະນະທີ່ເວັບໄຊສ່ວນຕົວຂອງ ຫຍາງ ກໍໄດ້ຊີ້ແຈງເຖິງທີ່ໄປທີ່ມາຂອງນະໂຍບາຍແຈກເງິນວ່າ ໃຜແດ່ທີ່ມີສິດໄດ້ຮັບສະຫວັດດີການດັ່ງກ່າວ? ຄຳຕອບຄື ພົນລະເມືອງອາເມຣິກາທີ່ມີອາຍຸແຕ່ 18 ປີຂຶ້ນໄປບໍ່ວ່າຈະມີວຽກເຮັດ ຫຼື ບໍ່ມີກໍຕາມ ຊຶ່ງຈະເລີ່ມປະຕິ ບັດນະໂຍບາຍນີ້ນັບແຕ່ເດືອນມັງກອນ 2021 ເປັນຫຍັງ ຫຍາງ ຈຶ່ງຢາກໃຊ້ນະໂຍບາຍນີ້ໃນອາເມຣິກາ? ຄຳຕອບຄື ເພາະວ່າປັດຈຸບັນມະນຸດກຳລັງຜະເຊີນກັບການປ່ຽນແປງທາງເຕັກໂນໂລຊີຄັ້ງໃຫຍ່ ແຮງງານໃນອາເມຣິກາ 1 ໃນ 3 ຈະຖືກຫຸ່ນຍົນເຂົ້າມາແທນທີ່ພາຍໃນອີກ 12 ປີຂ້າງໜ້າ ແຕ່ວ່າລັດຖະບານຍັງບໍ່ມີນະໂຍບາຍຮັບມືກັບບັນຫາດັ່ງກ່າວ ແລະ ຫາກມື້ນັ້ນມາເຖິງຈະເຮັດໃຫ້ຊາວອາເມຣິກາສ່ວນຫຼາຍບໍ່ມີເງິນໃຊ້ຈ່າຍຊຶ່ງຈະສົ່ງຜົນກະໃນລະດັບປະເທດ ໂດຍນະໂຍບາຍນີ້ຈະຊ່ວຍຮັບປະກັນວ່າຊາວອາເມຣິກາຊຶ່ງເຄີຍເປັນແຮງງານສຳຄັນທີ່ຊ່ວຍໃຫ້ນາຍທຶນສ້າງຄວາມຮັ່ງມີຈະໄດ້ຮັບຜົນປະໂຫຍດຈາກເຄື່ອງຈັກອັດຕະໂນມັດທີ່ເຂົ້າມາແທນທີ່ມະນຸດອີກດ້ວຍ.
ແອນດຣູ ຫຍາງ ເອົາເງິນຈາກໃສມາແຈກ? ຄຳຕອບຄື ຫຍາງ ມີແຜນຈະເກັບພາສີມູນຄ່າເພີ່ມ 10% (ອາເມຣິກາເປັນໜຶ່ງໃນປະເທດທີ່ບໍ່ມີການເກັບພາສີມູນຄ່າເພີ່ມ) ເພາະຖືເປັນລະບົບພາສີທີ່ເປັນທຳທີ່ສຸດ ແລະ ເຮັດໃຫ້ບໍລິສັດໃຫຍ່ໆທີ່ມັກປິດບັງລາຍຮັບ ແລະ ກຳໄລທີ່ແທ້ຈິງບໍ່ສາມາດຫຼີກລ້ຽງການຈ່າຍພາສີໄດ້ອີກຕໍ່ໄປ ລວມທັງການຍຸບສະຫວັດດີການທີ່ລັດເຄີຍແຈກເຊັ່ນ ເງິນຊ່ວຍເຫຼືອຜູ້ພິການ ບັດອາຫານ ຫຼື ປະກັນສຸຂະພາບ ທັງນີ້ ກໍເພື່ອນຳເງິນມາໝູນໃຊ້ໃນນະໂຍບາຍດັ່ງກ່າວນີ້ ໂດຍການຕັດສະຫວັດດີການຕ່າງໆທີ່ກ່າວມາກໍຈະເປັນການສົ່ງເສີມໃຫ້ປະຊາຊົນຫັນມາດູແລສຸຂະພາບຂອງຕົນເອງໃນທາງອ້ອມ ແລະ ລາຍໄດ້ໃໝ່ທີ່ເກີດຈາກການໃຊ້ເງິນຂອງລັດມາແຈກ ລວມເຖິງການເກັບພາສີຄົນຮັ່ງມີ ແລະ ທຸລະກິດທີ່ປ່ອຍກາກບອນ.
ແຈກເງິນແລ້ວຈະເຮັດໃຫ້ຄົນຂີ້ຄ້ານກວ່າເກົ່າ ຫຼື ບໍ່? ຄຳຕອບຄື ງານວິໄຈຫຼາຍຢ່າງໃນຫຼາຍທົດສະວັດຜ່ານມາຊີ້ໃຫ້ເຫັນວ່າ ຫຼັງຈາກໄດ້ເຮັບເງິນຈາກລັດຖະບານມີພຽງແມ່ລູກອ່ອນ ແລະ ເດັກນ້ອຍໄວຮຽນເທົ່ານັ້ນທີ່ເຮັດວຽກໜ້ອຍລົງຊຶ່ງສອດຄ່ອງກັບຜົນການສຶກສາຂອງມະຫາວິທະຍາໄລຮາຣວາຣດ ແລະ ສະຖາບັນເຕັກໂນໂລຊີແມສຊາຊູເຊຕທີ່ລະບຸວ່າ “ນະໂຍບາຍການແຈກເງິນບໍ່ສົ່ງຜົນກະທົບຕໍ່ພຶດຕິກຳການເຮັດວຽກ” ຂະນະທີ່ເງິນຈຳນວນ 1.200 ໂດລາຕໍ່ປີອາດຈະບໍ່ພຽງພໍສຳລັບການໃຊ້ຈ່າຍຟຸມເຟືອຍ ດັ່ງ ນັ້ນ ຊາວອາເມຣິກາຍັງຄົງຕ້ອງເຮັດວຽກຫາລ້ຽງຊີບຄືເກົ່າ ບໍ່ວ່ານະໂຍບາຍນີ້ຈະແກ້ບັນຫາ ຫຼື ບັງຄັບໃຊ້ໄດ້ແທ້ ຫຼື ບໍ່ນັ້ນ ຈາກການສຳຫຼວດຄວາມຄິດເຫັນຈາກຫຼາກຫຼາຍສາຂາອາຊີບພົບວ່າ ຊາວາເມຣິກາເບິ່ງວ່າ ຫຍາງ ໄດ້ປຽບກວ່ານັກການເມືອງທີ່ມີປະສົບການສູງຫຼາຍຄົນ.
ຮຽບຮຽງ: ສະຫະລັດ ວອນທິວົງໄຊ
ຮູບພາບ: posttoday