ເຈົ້າໜ້າທີ່ຂອງອາເມຣິກາ ແລະ ສປ ເກົາຫຼີ ຫາລືກັນຢ່າງເປີດເຜີຍໃນຄວາມພະຍາຍາມທີ່ຈະຈັດປະຊຸມສຸດຍອດຄັ້ງທີ 3 ລະຫວ່າງຜູ້ນຳຂອງທັງສອງປະເທດ (ໂດນັລ ທຣັມ ແລະ ຄິມ ຈອງ ອຶນ) ເພື່ອກຳນົດອະນາຄົດຂອງໂຄງການອາວຸດນິວເຄລຍ ສປ ເກົາຫຼີ.
ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 26 ມິຖຸນາຜ່ານມາວ່າ ປະທານາທິບໍດີ ມຸນ ແຈ-ອິນ ຂອງ ສ.ເກົາຫຼີ ໄດ້ເປີດເຜີຍວ່າ ເຈົ້າໜ້າທີ່ຂອງອາເມຣິກາ ແລະ ສປ ເກົາຫຼີ ໄດ້ຮ່ວມຫາລືແບບເປີດແປນກ່ຽວກັບຄວາມພະຍາຍາມທີ່ຈະຈັດການປະຊຸມສຸດຍອດລະຫວ່າງຜູ້ນຳຂອງທັງສອງປະເທດຄັ້ງທີ 3 ເພື່ອຫາລືກ່ຽວກັບໂຄງການອາວຸດນິວເຄລຍຂອງ ສປ ເກົາຫຼີ ພາຍຫຼັງທີ່ຜ່ານມາກວ່າ 4 ເດືອນກັບການປະຊຸມສຸດຍອດຄັ້ງທີ 2 ທີ່ນະຄອນຮາໂນ່ຍ ສສ ຫວຽດນາມ ແຕ່ກໍຕ້ອງຍຸຕິລົງໂດຍບໍ່ມີການເຮັດຂໍ້ຕົກລົງໃດໆ.
ຊຶ່ງທີ່ຜ່ານມາບໍ່ໄດ້ມີການຫາລືກັນຢ່າງເປັນທາງການລະຫວ່າງເຈົ້າໜ້າທີ່ຂອງອາເມຣິກາກັບ ສປ ເກົາຫຼີ ນັບແຕ່ການປະຊຸມສຸດຍອດຄັ້ງທີ 2 ເມື່ອເດືອນກຸມພາຜ່ານມາ ແຕ່ຫຼ້າສຸດມີຄວາມເປັນໄປໄດ້ທີ່ຈະສາມາດຮື້ຟື້ນການປະຊຸມສຸດຍອດຄັ້ງທີ 3 ຂຶ້ນມາອີກຄັ້ງ ເນື່ອງຈາກທັງສອງຝ່າຍໄດ້ຮື້ຟື້ນຄວາມສຳພັນທາງການທູດຊຶ່ງກັນ ແລະ ກັນ.
ຮຽບຮຽງ: ສະຫະລັດ ວອນທິວົງໄຊ
ຮູບພາບ: dailynews