ຫຼາຍໆທ່ານອາດຄິດວ່າ “ຢາກູຊ່າກັບຊານົມໄຂ່ມຸກ” ຈະເຂົ້າກັນໄດ້ ຫຼື ບໍ່? ຫຼ້າສຸດ ຊານົມໄຂ່ມຸກ ຫຼື Bubble tea ເຖິງຈະເປັນຫວານທີ່ມີຕົ້ນກຳເນີດຈາກປະເທດໄຕ້ຫວັນ ແຕ່ຄວາມນິຍົມຂອງຊານົມໄຂ່ມຸກກໍໄດ້ແຜ່ຂະຫຍາຍໄປໃນຫຼາຍປະເທດລວມທັງອາຊີ ໂດຍສະເພາະປະເທດຍີ່ປຸ່ນທີ່ມີຮ້ານຂາຍຊານົມສັນຊາດໄຕ້ຫວັນເປີດສາຂາໃນນະຄອນໂຕກຽວເພີ່ມຂຶ້ນເລື້ອຍໆ ຂະນະທີ່ຜູ້ປະກອບການຂອງຍີ່ປຸ່ນເອງກໍພະຍາຍາມເຂົ້າມາດຳເນີນທຸລະກິດນີ້ເຊັ່ນກັນ ແລະ ໜຶ່ງໃນນັ້ນກໍຄືແກ້ງຢາກູຊ່າ.
ລາຍງານຂ່າວຈາກ Asia Time ເປີດເຜີຍວ່າ ທຸລະກິດຊານົມໄຂ່ມຸກໃນຍີ່ປຸ່ນກຳລັງໄດ້ຮັບຄວາມສົນໃຈຈາກບັນດາແກ້ງຢາກູຊ່າຢ່າງຫຼວງຫຼາຍ ລາຍງານຍັງລະບຸອີກວ່າ ແກ້ງຢ່າກູຊ່າລາຍໃຫຍ່ແຫ່ງໜຶ່ງໄດ້ເປີດຮ້ານຊານົມໄຂ່ມຸກຂຶ້ນໃນເສັ້ນທາງລົດໄຟຟ້າສາຍຢາມາໂນເຕະ ຊຶ່ງເປັນລົດໄຟຟ້າສາຍສຳຄັນທີ່ແລ່ນຜ່ານໃຈກາງນະຄອນໂຕກຽວ ຊຶ່ງປັດຈຸບັນຂະຫຍາຍສາຂາໄປແລ້ວຢ່າງໜ້ອຍ 23 ສາຂາ.
ຂະນະທີ່ຫົວໜ້າແກ້ງຢາກູຊ່າລາຍໜຶ່ງເປີດເຜີຍວ່າ ການເປີດຮ້ານຊານົມໄຂ່ມຸກແຕ່ລະສາຂາແມ່ນໃຊ້ເງິນລົງທຶນພຽງ 20.000 ໂດລາ ຢ່າງໃດກໍດີ ວົງການຢາກູຊ່າຂອງຍີ່ປຸ່ນ ຖືເປັນວົງການທີ່ເຂົ້າເຖິງຍາກທີ່ສຸດ ຊຶ່ງກໍມີທັງດ້ານດີ ແລະ ດ້ານມືດ ທັງນີ້ ລາຍງານຈາກສະຖາບັນວິໄຈການຕະຫຼາດ Allied Market Research ກໍໄດ້ລະບຸວ່າ ທຸລະກິດ ຊານົມໄຂ່ມຸກທົ່ວໂລກມີມູນຄ່າຢູ່ທີ່ປະມານ 1,9 ພັນລ້ານໂດລາເມື່ອປີ 2016 ແລະ ຄາດວ່າຈະເຕີບໂຕຂຶ້ນເຖິງ 3,2 ພັນລ້ານໂດລາໃນປີ 2023 ໂດຍຊານົມໜຶ່ງຈອກໃນຍີ່ປຸ່ນມີຕົ້ນທຶນຢູ່ທີ່ 100 ເຢນ ແຕ່ສາມາດຂາຍໄດ້ເຖິງ 500 ເຢນຕໍ່ຈອກ.
ຮຽບຮຽງ: ສະຫະລັດ ວອນທິວົງໄຊ
ຮູບພາບ: posttoday