spot_img
Homeຂ່າວຕ່າງປະເທດອາເມຣິກາສູນເງິນ 5,6 ໝື່ນລ້ານໂດລາຜົນກະທົບຈາກສົງຄາມການຄ້າກັບຈີນ

ອາເມຣິກາສູນເງິນ 5,6 ໝື່ນລ້ານໂດລາຜົນກະທົບຈາກສົງຄາມການຄ້າກັບຈີນ

Published on

ສົງຄາມການຄ້າທີ່ຍືດເຍື້ອ ແລະ ເຄັ່ງຕຶງລະຫວ່າງ ຮົວເຫວີຍ ແລະ ອາເມຣິກາ ຍິ່ງນັບມື້ຍິ່ງບໍ່ສົ່ງຜົນດີໃຫ້ທັງສອງຝ່າຍ ຫຼ້າສຸດ ແອນດຣິວ ວິລລຽມສັນ (Andrew Williamson) ຮອງປະທານາທິບໍດີຝ່າຍກົນລະຍຸດຂອງຮົວເຫວີຍໄດ້ອອກມາລະບຸວ່າ ພາກສົ່ງອອກຂອງອາເມຣິກາບໍ່ສະເພາະແຕ່ອຸດສາຫະກຳໄອທີເທົ່ານັ້ນ ແຕ່ສ່ວນອື່ນໆກໍຈະໄດ້ຜົນກະທົບກ່ຽວກັບລາຍຮັບຊຶ່ງລວມແລ້ວປະມານ 5,6 ໝື່ນລ້ານໂດລາ ນອກຈາກນີ້ ຍັງກະທົບກັບພະນັກງານໃນພາກອຸດສາຫະກຳອີກປະມານ 74.000 ຄົນ.

ວິລລຽມສັນ ລະກ່າວຕື່ມອີກວ່າ ຮົວເຫວີຍເປັນລູກຄ້າລາຍໃຫຍ່ຂອງບໍລິສັດເຕັກໂນໂລຊີໃນອາເມຣິກາ ເນື່ອງຈາກໃນແຕ່ລະປີຮົວເຫວີຍມີງົບປະມານລົງທຶນໃນອາເມຣິກາສູງເຖິງ 1,1 ໝື່ນລ້ານໂດລາ ຊຶ່ງໃນໄລຍະຍາວອາດສົ່ງຜົນເສຍຕໍ່ອາເມຣິກາຖ້າຫາກສະຖານະການຄວາມຂັດແຍ່ງທາງການຄ້າລະຫວ່າງສອງປະເທດຍັງບໍ່ຍຸຕິ ທັງນີ້ ຮົວເຫວີຍກໍພ້ອມທີ່ຈະລົງທຶນໃນການວິໄຈ ແລະ ພັດທະນາກັບປະເທດທີ່ຕ້ອນຮັບເຂົາເຈົ້າໂດຍບໍ່ຕ້ອງລັງເລ.

ຊຶ່ງສຸດທ້າຍແລ້ວຜູ້ບໍລິໂພກກໍຄືຜູ້ທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດ ເນື່ອງຈາກມາດຕະການຄວ້ຳບາດ ແລະ ຂຶ້ນພາສີນຳເຂົ້າສິນຄ້າຈະເຮັດໃຫ້ສິນຄ້າລາຄາແພງຂຶ້ນ ນອກຈາກນີ້ ຫາກປະເທດໃດທີ່ເດີນຕາມມາດຕະການຄວ້ຳບາດຮົວເຫວີຍກໍຈະເຂົ້າເຖິງເຕັກໂນໂລຊີ 5G ໄດ້ຊ້າກວ່າກຳນົດ 18-24 ເດືອນເປັນຢ່າງໜ້ອຍ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: sanook

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...