spot_img
Homeຂ່າວຕ່າງປະເທດເຮືອບິນຕົກຢູ່ລັດຮາວາຍເສຍຊີວິດ 11 ລາຍ

ເຮືອບິນຕົກຢູ່ລັດຮາວາຍເສຍຊີວິດ 11 ລາຍ

Published on

ເຮືອບິນນ້ອຍຂະໜາດນ້ອຍເກີດອຸບັດເຫດຕົກຢູ່ທາງຕອນເໜືອຂອງລັດຮາວາຍ ສະຫະລັດອາເມຣິກາເມື່ອວັນທີ 21 ມິຖຸນາຜ່ານມາ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 11 ລາຍ.

ກົມການຂົນສົ່ງຂອງລັດຮາວາຍໄດ້ຖະແຫຼງວ່າ ເຮືອບິນຂະໜາດນ້ອຍທີ່ມີຊື່ວ່າ ຄິງ ແອຣ ປະສົບອຸບັດເຫດຕົກໃກ້ກັບສະໜາມບິນເທິງເກາະໂອອາຮູທາງເໜືອງຂອງລັດຮາວາຍ ຊຶ່ງມີນັກບິນ ແລະ ລູກເຮືອລວມ 11 ຄົນ (ເສຍຊີວິດໝົດ).

ຂະນະທີ່ຫົວໜ້າໜ່ວຍດັບເພີງທ້ອງຖິ່ນກ່າວວ່າ ເຮືອບິນລຳດັ່ງກ່າວເປັນເຮືອບິນທີ່ໃຊ້ສຳລັບນັກໂດດຈ້ອງເທົ່ານັ້ນ ສ່ວນເຈົ້າເມືອງຮອນໂນລູລູກໍໄດ້ກ່າວວ່າ ໄດ້ຕິດຕາມສະຖານະການຢ່າງໃກ້ຊິດ ແລະ ຂໍສະແດງຄວາມເສຍໃຈມາຍັງຄອບຄົວຜູ້ທີ່ໄດ້ຮັບເຄາະຮ້າຍໃນຄັ້ງນີ້ຢ່າງສຸດຊຶ້ງ.

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: dailynews

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...