spot_img
Homeຂ່າວຕ່າງປະເທດລັດຖະບານອາເມຣິກາສັງໂຈະເຟສບຸ໊ກ ກໍລະນີເປີດໂຕສະກຸນເງິນ “ລິບຣາ”

ລັດຖະບານອາເມຣິກາສັງໂຈະເຟສບຸ໊ກ ກໍລະນີເປີດໂຕສະກຸນເງິນ “ລິບຣາ”

Published on

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 19 ມິຖຸນາຜ່ານມາໂດຍລະບຸວ່າ ບໍລິສັດເຟສບຸ໊ກຊຶ່ງຫາກໍ່ປະກາດເປີດໂຕສະກຸນເງິນດິ ຈິຕອລຊະນິດໃໝ່ເມື່ອວັນທີ 18 ມິຖຸນາ 2019 ຖືກເອີ້ນໂດຍຄະນະກຳມາທິການດ້ານການເງິນການທະນາຄານຂອງວຸດທິສະພາອາເມຣິກາໃຫ້ເຂົ້າໄປຊີ້ແຈງກໍລະນີສະກຸນເງິນໃໝ່ທີ່ມີຊື່ວ່າ “ລິບຣາ” ໃນວັນທີ 16 ກໍລະກົດທີ່ຈະເຖິງນີ້.

ໂຄສົກຂອງຄະນະກຳມາທິການລະບຸວ່າ ການສືບສວນດັ່ງກ່າວຈະເວົ້າເຖິງລາຍລະອຽດກ່ຽວກັບໂຄງການລິບຣາສະກຸນເງິນດິຈິຕອລ ຊຶ່ງເຟສບຸ໊ກປະກາດຈະເປີດນຳໃຊ້ໃນປີ 2020 ລວມເຖິງຄວາມວິຕົກກັງວົນກ່ຽວກັບຄວາມປ່ຽນແປງສ່ວນຕົວຂອງຂໍ້ມູນ ລາຍ ງານດຽວກັນລະບຸອີກວ່າ ຜູ້ທີ່ຄາດວ່າຈະເຂົ້າໃຫ້ການຕໍ່ຄະນະກຳມາທິການກໍຄື ເດວິດ ມາຣຄັສ ຜູ້ທີ່ດູແລໂຄງການບລ໋ອກເຊນຂອງເຟສບຸ໊ກ.

ທັງນີ້ ການປະກາດເປີດການສືບສວນດັ່ງກ່າວມີຂຶ້ນ 1 ວັນຫຼັງຈາກເຟສບຸ໊ກເປີດແຜນການສ້າງສະກຸນເງິນດິຈິຕອລເປັນຂອງຕົນ ເອງທີ່ມີຊື່ວ່າ ລິບຣາ ສະກຸນເງິນລັກສະນະດຽວກັບບິດຄອຍ ຊຶ່ງຈະມີສະມາພັນລິບຣາ ອົງກອນບໍ່ສະແຫວງຫາຜົນກຳໄລຊຶ່ງປະກອບດ້ວຍສະມາຊິກອົງກອນ ແລະ ບໍລິສັດຕ່າງໆທົ່ວໂລກກວ່າ 20 ບໍລິສັດເຂົ້າມາເຮັດໜ້າທີ່ກຳກັບດູແລ ຊຶ່ງສົ່ງຜົນໃຫ້ສະກຸນເງິນລິບຣາມີສະຖຽນລະພາບຫຼາຍກວ່າສະກຸນເງິນດິຈິຕອລທີ່ມີໃນຕະຫຼາດປັດຈຸບັນ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: matichon

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...