ສະມາຊິກພັກອະນຸຮັກນິຍົມທົ່ວອັງກິດ 160.000 ຄົນຈະເປັນຜູ້ລົງຄະແນນໃນຮອບສຸດທ້າຍວ່າໃຜຈະໄດ້ເປັນຫົວໜ້າພັກຊຶ່ງຈະກ້າວຂຶ້ນສູ່ຕຳແໜ່ງນາຍົກລັດຖະມົນຕີຄົນຕໍ່ໄປທີ່ມີພາລະກິດສຳຄັນຄືເລື່ອງເບຣັກຊິດລໍຖ້າຢູ່ ຊຶ່ງຜູ້ເຂົ້າຊີງກໍຄື ທ່ານ ບໍຣິສ ຈອນສັນ ແລະ ທ່ານ ເຈເຣມີ ຮັນ.
ຜົນການຢັ່ງສຽງຮອບສຸດທ້າຍໂດຍສະມາຊິກສະພາສາມັນຂອງພັກອະນຸຮັກນິຍົມເພື່ອຄົ້ນຫາຫົວໜ້າພັກຄົນໃໝ່ທີ່ຈະກ້າວຂຶ້ນມາສູ່ຕຳແໜ່ງນາຍົກລັດຖະມົນຕີຄົນໃໝ່ຂອງອັງກິດພາຍຫຼັງທີ່ ທ່ານ ນາງ ເທເຣຊາ ເມ ປະກາດລາອອກເມື່ອຕົ້ນເດືອນຜ່ານມາ ແຕ່ປັດຈຸບັນຍັງທ່ານນາງຍັງຄົງຮັກສາການໃນທັງສອງຕຳແໜ່ງ.
ທັງນີ້ ຜູ້ທີ່ໄດ້ຄະແນນສູງສຸດທີ່ຈະກ້າວຂຶ້ນມາຊີງຕຳແໜ່ງມີ 2 ທ່ານທີ່ກ່າວມາຂ້າງເທິງຊຶ່ງນັບແຕ່ວັນທີ 22 ມິຖຸນາເປັນຕົ້ນໄປສະມາຊິກພັກອະນຸຮັກນິຍົມປະມານ 160.000 ຄົນທົ່ວປະເທດຈະໄດ້ຮັບບັດລົງຄະແນນທາງຈົດໝາຍ ໂດຍຂະບວນການຈະໃຊ້ເວລາ 1 ເດືອນ ແລະ ຈະມີການປະກາດຜົນຢ່າງເປັນທາງການໃນວັນທີ 22 ກໍລະກົດ 2019 ນີ້ ມາລຸ້ນໄປພ້ອມໆກັນວ່ານາຍົກອັງກິດຄົນຕໍ່ໄປຈະແມ່ນໃຜ?.
ຮຽບຮຽງ: ສະຫະລັດ ວອນທິວົງໄຊ
ຮູບພາບ: dailynews