spot_img
Homeຂ່າວຕ່າງປະເທດກຸ່ມປະທ້ວງຮົງກົງລວມຕົວຮອບໃໝ່ ພາຍຫຼັງລັດຖະບານເມີນເສີຍ

ກຸ່ມປະທ້ວງຮົງກົງລວມຕົວຮອບໃໝ່ ພາຍຫຼັງລັດຖະບານເມີນເສີຍ

Published on

ກຸ່ມປະທ້ວງຕໍ່ຕ້ານລັດຖະບານຮົງກົງຊຸມນຸມຄັ້ງໃໝ່ທີ່ສູນຣາຊະການໃນເຂດໃຈກາງເມືອງ ພາຍຫຼັງທີ່ລັດຖະບານປະຕິເສດ “ເສັ້ນຕາຍ” ໃນການລາອອກ ແລະ ຍົກເລີກຮ່າງກົດໝາຍເນລະເທດທ່າມກາງຄວາມວິຕົກກັງວົນວ່າອາດເກີດການປະທະກັບເຈົ້າໜ້າທີ່ຕຳຫຼວດ.

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 21 ມິຖຸນາຈາກເຂດບໍລິຫານພິເສດຮົງກົງ ສປ ຈີນ ວ່າ ກຸ່ມຜູ້ປະທ້ວງຈຳນວນຫຼາຍຊຶ່ງສ່ວນໃຫຍ່ຢູ່ໃນໄວສຶກສາ ແລະ ກຸ່ມຄົນໜຸ່ມສາວ ສ່ວນໃຫຍ່ແຕ່ງກາຍດ້ວຍເສື້ອຜ້າສີດຳ ໄດ້ຮວມຕົວກັນຢູ່ບໍລິເວນສູນຣາຊະການຊຶ່ງເປັນສະຖານທີ່ຕັ້ງຂອງສຳນັກງານຄະນະຜູ້ບໍລິຫານຮົງກົງ ແລະ ສະພານິຕິບັນຢັດ (ເລັກໂຄ) ໃນເຂດແອັດໄມຣັລຕີໃຈກາງຮົງກົງ ພາຍຫຼັງທີ່ຄະນະຜູ້ບໍລິຫານຊຶ່ງນຳໂດຍ ທ່ານ ນາງ ແຄຣຣີ ແລມ ບໍ່ມີປະຕິກິລິຍາຕອບສະໜອງຕໍ່ເສັ້ນຕາຍຂອງແນວຮ່ວມສິດທິມະນຸດ ຊຶ່ງເປັນແກນນຳໃນການຈັດກິດຈະກຳເຄື່ອນໄຫວທາງກົດໝາຍ ຕໍ່ຕ້ານຮ່າງກົດໝາຍສົ່ງຜູ້ຮ້າຍ ຂ້າມແດນ ຊຶ່ງຕ້ອງ ການໃຫ້ລັດຖະບານຖອນຮ່າງກົດໝາຍ “ຢ່າງຖາວອນ” ແລະ ຂໍໃຫ້ ທ່ານ ນາງ ແລມ ລາອອກຈາກຕຳແໜ່ງພາຍໃນເວລາ 17:00 ໂມງຂອງວັນທີ 20 ມິຖຸນາຜ່ານມາ (ຕາມເວລາທ້ອງຖິ່ນ).

ຂະນະທີ່ບັນຍາກາດລວມຍັງເປັນໄປດ້ວຍຄວາມສະຫງົບ ແຕ່ກໍມີເຈົ້າໜ້າທີ່ໃນເຄື່ອງແບບເຂົ້າມາຄວບຄຸມພື້ນທີ່ເປັນໄລຍະ ຊຶ່ງໄດ້ສ້າງຄວາມວິຕົກກັງວົນໃຫ້ຫຼາຍຝ່າຍວ່າການຊຸມນຸມໃນຄັ້ງໃໝ່ນີ້ຈະຍຸຕິດ້ວຍການປະທະກັນຢ່າງດຸເດືອດລະຫວ່າງກຸ່ມຜູ້ປະທ້ວງກັບເຈົ້າໜ້າທີ່ອີກ ຫຼື ບໍ່? ພາຍຫຼັງການປະທະຄັ້ງໃຫຍ່ເມື່ອອາທິດທີ່ຜ່ານມາຊຶ່ງໄດ້ສົ່ງຜົນໃຫ້ມີຜູ້ໄດ້ຮັບບາດເຈັບຫຼາຍກວ່າ 80 ຄົນ ລວມທັງເຈົ້າໜ້າທີ່ 22 ຄົນ ທັງນີ້ ສູນຣາຊະການກໍໄດ້ອອກຖະແຫຼງການຜ່ານເວັບໄຊປະກາດປິດໃຫ້ບໍລິການຕະຫຼອດວັນທີ 21 ມິຖຸນາເພື່ອຄວາມປອດໄພຂອງທຸກຝ່າຍ.

ສ່ວນທ່ານ ນາງ ແລມ ກໍໄດ້ຖະແຫຼງຂໍໂທດຊາວຮົງກົງຕໍ່ຮ່າງກົດໝາຍສະບັບດັ່ງກ່າວແລ້ວຢ່າງໜ້ອຍ 2 ຄັ້ງ ຊຶ່ງມີສາລະສຳຄັນຄື ການສົ່ງຕົວຜູ້ກະທຳຄວາມຜິດສັນຊາດໃດກໍຕາມ ໃນຄະດີອາຍາກັບ ມາເກົ໋າ ໄຕ້ຫວັນ ແລະ ຈີນ ແຕ່ຍົກເວັ້ນຄະດີການເມືອງ ຄະດີທາງສາສະໜາ ແລະ ອາຊະຍາກຳທາງເສດຖະກິດ ແຕ່ປະຊາຊົນສ່ວນໃຫຍ່ຄັດຄ້ານ ແລະ ວິຕົກວ່າຈະກາຍເປັນການເພີ່ມຊ່ອງທາງໃຫ້ກັບລັດຖະບານປັກກິ່ງໃນການເພີ່ມການແຊກແຊງກິດຈະການຂອງຮົງກົງ.

ຢ່າງໃດກໍຕາມ ການທີ່ ທ່ານ ນາງ ແລມ ບໍ່ໄດ້ກ່າວວ່າຄະນະຜູ້ບໍລິຫານຈະຍົກເລີກ ຫຼື ເພີກຖອນຮ່າງກົດໝາຍເປັນການຖາວອນ ຫຼື ບໍ່? ອີກທັງທ່ານນາງກໍບໍ່ໄດ້ກ່າວເຖິງການລາອອກ ແລະ ການຕັ້ງຄະນະກຳມະການສອບສວນກໍລະນີຕຳຫຼວດປາບຈະລາຈົນໃຊ້ແກ໊ສນ້ຳຕານສະຫຼາຍການຊຸມນຸມຍັງຄົງສ້າງຄວາມາບໍ່ພໍໃຈໃຫ້ກັບຝ່າຍຕໍ່ຕ້ານ.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: dailynews

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...