spot_img
Homeຂ່າວຕ່າງປະເທດສ.ເກົາຫຼີ ມອບເຂົ້າສານ 50 ພັນໂຕນຊ່ວຍເຫຼືອ ສປ ເກົາຫຼີ

ສ.ເກົາຫຼີ ມອບເຂົ້າສານ 50 ພັນໂຕນຊ່ວຍເຫຼືອ ສປ ເກົາຫຼີ

Published on

ລາຍງານຂ່າວຕ່າງປະເທດເມື່ອວັນທີ 19 ມິຖຸນາຜ່ານມາໃຫ້ຮູ້ວ່າ ທ່ານ ຄິມ ຢອນຊຸລ ລັດຖະມົນຕີກະຊວງການລວມຊາດຂອງ ສ.ເກົາຫຼີ ຊຶ່ງດູແລກິດຈະການລະຫວ່າງສອງປະເທດ (ສ.ເກົາຫຼີ ແລະ ສປ ເກົາຫຼີ) ໄດ້ຖະແຫຼງວ່າ ສ.ເກົາຫຼີ ຈະສົ່ງມອບເຂົ້າສານ ຈຳນວນ 50.000 ໂຕໃຫ້ແກ່ ສປ ເກົາຫຼີ ຜ່ານໂຄງການອາຫານໂລກ.

ທ່ານ ຄິມ ກ່າວວ່າ ການສົ່ງມອບເຂົ້າສານຂອງ ສ.ເກົາຫຼີ ໄປຍັງ ສປ ເກົາຫຼີ ຜ່ານໂຄງການອາຫານໂລກໃນຄັ້ງນີ້ຈະໃຊ້ເວລາປະມານ 2 ເດືອນ ຊຶ່ງນະຄອນຫຼວງໂຊລ ຈະພະຍາຍາມລະດົມເຂົ້າສານໃຫ້ໄດ້ໃນປະລິມານດັ່ງກ່າວໃຫ້ໄວທີ່ສຸດ ການປະກາດສົ່ງມອບເຂົ້າ ສານເກີດຂຶ້ນພາຍຫຼັງທີ່ນະຄອນໂຊລອະນຸມັດການບໍລິຈາກເງິນຈຳນວນ 8 ລ້ານໂດລາໃຫ້ແກ່ໂຄງການອາຫານໂລກ ແລະ ກອງທຶນເດັກແຫ່ງສະຫະປະຊາຊາດເມື່ອຕົ້ນເດືອນຜ່ານມາເພື່ອສົ່ງຄວາມຊ່ວຍເຫຼືອທາງມະນຸດສະທຳດ້ານອາຫານແກ່ເດັກອ່ອນ ແລະ ແມ່ຍິງຖືພາໃນ ສປ ເກົາຫຼີ.

ທັງນີ້ ສ.ເກົາຫຼີ ໄດ້ໃຫ້ຄວາມຊ່ວຍເຫຼືອດ້ານອາຫານແກ່ ສປ ເກົາຫຼີ ຄັ້ງຫຼ້າສຸດເມື່ອປີ 2012 ດ້ວຍການສົ່ງມອບເຂົ້າສານຈຳນວນ 5.000 ໂຕນ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: khaosod

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...