spot_img
Homeຂ່າວຕ່າງປະເທດງູສູ້ກັບແຂ້ ໃຜແພ້ຕົກເປັນເຫຍື່ອ

ງູສູ້ກັບແຂ້ ໃຜແພ້ຕົກເປັນເຫຍື່ອ

Published on

ລາຍງານຂ່າວຕ່າງປະເທດເມື່ອວັນທີ 17 ມິຖຸນາຜ່ານມາເປີດເຜີຍເລື່ອງລາວຂອງນັກລ່າຕ່າງສາຍພັນລະຫວ່າງ ແຂ້ ແລະ ງູ ທີ່ຕໍ່ສູ້ເພື່ອເອົາໂຕລອດ ໂດຍຝ່າຍໃດທີ່ແພ້ກໍຕ້ອງຕົກເປັນເຫຍື່ອຂອງຜູ້ຊະນະ.

ທັງນີ້ ໄດ້ມີການເຜີຍແຜ່ຮູບພາບຂອງງູເຫຼືອມໝາກກອກ ຫຼື Olive Python ຊຶ່ງເປັນງູທີ່ມີຂະໜາດໃຫຍ່ເປັນອັນດັບ 2 ຂອງປະເທດອົສຕຣາລີທີ່ກຳລັງຮັດ ແລະ ກຶນກິນແຂ້ທີ່ມີຂະໜາດໃຫຍ່ກວ່າໂຕຂອງມັນຢ່າງສະບາຍ ພາບດັ່ງກ່າວຖືກບັນທຶກໄດ້ຈາກບໍລິເວນໜອງນ້ຳແຫ່ງໜຶ່ງໃນລັດຄວີນແລນ ປະເທດອົສຕຣາລີ ໂດຍນັກພາຍເຮືອຊື່ວ່າ ມາຣຕິນ ມຸລເລີຣ ທີ່ພາຍເຮືອຜ່ານໄປເຫັນເຫດດັ່ງກ່າວ.

ຂະນະທີ່ ມິເຊລ ໂຈນສ ເຈົ້າຂອງສູນຊ່ວຍເຫຼືອສັດປ່າ GG Wildlife Rescue Inc ໄດ້ເປີດເຜີຍວ່າ ຕົນເອງກໍລ້ຽງງູເຫຼືອຊະນິດນີ້ 2 ໂຕ ແລະ ເຮັດໃຫ້ຮູ້ວ່າເປັນເລື່ອງທຳມະດາທີ່ສັດຊະນິດນີ້ຈະກິນຫຍັງກໍໄດ້ທີ່ສາມາດເອົາເຂົ້າປາກຂອງມັນໄດ້ ບໍ່ວ່າຈະເປັນສັດນ້ອຍ ຫຼື ສັດທີ່ມີຂະໜາດໃຫຍ່ກວ່າໂຕຂອງມັນກໍຕາມ.

ຮຽບຮຽງ: ສະຫະລັດ ວອນທິວໄຊ 

ຮູບພາບ: Martin Muller /GG Wildlife Rescue Inc

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...