spot_img
Homeຂ່າວຕ່າງປະເທດສປປ ລາວ ສົ່ງມອບສິ່ງເສດເຫຼືອຂອງທະຫານອາເມຣິກາກັບຄືນປະເທດ

ສປປ ລາວ ສົ່ງມອບສິ່ງເສດເຫຼືອຂອງທະຫານອາເມຣິກາກັບຄືນປະເທດ

Published on

ມາຮອດປັດຈຸບັນ ລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານສະຫະລັດອາເມຣິກາໄດ້ຂຸດຄົ້ນພົບສິ່ງເສດເຫຼືອທະຫານອາເມຣິ ກາ ພ້ອມສັນລະສູດວ່າແມ່ນສິ່ງເສດເຫຼືອຂອງທະຫານອາເມຣິກາແທ້ ແລະ ໄດ້ຈັດສົ່ງກັບຄືນປະເທດແລ້ວ 286 ຄົນ ຊຶ່ງເທົ່າກັບ 50% ຂອງຈໍານວນທັງໝົດ ແລະ ຍັງອີກ 287 ຄົນທີ່ຈະຕ້ອງໄດ້ສືບຕໍ່ຄົ້ນຫາ.

 ໃນວັນທີ 17 ມິຖຸນາ 2019 ທີ່ສະໜາມບິນສາກົນວັດໄຕ ໄດ້ມີພິທີມອບ-ຮັບສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ຫາຍສາບສູນໃນປາງສົງຄາມຢູ່ ສປປ ລາວ 3 ກໍລະນີ ຊຶ່ງສິ່ງເສດເຫຼືອດັ່ງກ່າວແມ່ນຜົນສໍາເລັດທີ່ໄດ້ຮັບຈາກການປະຕິບັດງານຮ່ວມກັນຢູ່ພາກສະໜາມຂອງຄະນະວິຊາການ ລາວ-ອາເມຣິກາໃນການສໍາຫຼວດ ແລະ ຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ຄັ້ງທີ່ 4 ປະຈໍາສົກປີ 2018-2019.

ການຈັດຕັ້ງພິທີມອບ-ຮັບສິ່ງເສດເຫຼືອຂຶ້ນໃນຄັ້ງນີ້ກໍເພື່ອສືບຕໍ່ຕອບສະໜອງຄໍາຮ້ອງຂໍຂອງລັດຖະບານສະຫະລັດອາເມຣິກາຕາມນະໂຍບາຍດ້ານມະນຸດສະທໍາຂອງລັດຖະບານແຫ່ງ ສປປ ລາວ ທີ່ມີຕໍ່ລັດຖະບານກໍຄືຄອບຄົວ ແລະ ຍາດພີ່ນ້ອງຂອງບັນດາທະ ຫານອາເມຣິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ຊຶ່ງຕາງໜ້າໃຫ້ລັດຖະບານລາວກ່າວມອບໂດຍ ທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຜູ້ຊີ້ນຳວຽກງານສໍາຫຼວດ ແລະ ຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ແລະ ກ່າວຮັບໂດຍ ທ່ານ ນາງ ຣີນາ ບິດເຕີ (Rena Bitter) ເອກອັກຄະລັດຖະທູດສະຫະລັດອາເມຣິກາ ປະຈໍາ ສປປ ລາວ ໂດຍມີເຈົ້າໜ້າທີ່ຂັ້ນສູງຈາກກະຊວງການຕ່າງປະເທດ ກະຊວງປ້ອງກັນປະເທດ ພ້ອມບັນດາພະນັກງານວິຊາການສອງຝ່າຍ ລາວ-ອາເມຣິກາເຂົ້າຮ່ວມ.

 ການສໍາຫຼວດ ແລະ ຂຸດຄົ້ນຄັ້ງນີ້ໄດ້ຄົ້ນພົບສິ່ງເສດເຫຼືອຂອງທະຫານອາເມຣິກາ 3 ກໍລະນີຄື ຢູ່ເຂດບ້ານໜອງມ້າ ເມືອງບົວລະພາ ແຂວງຄໍາມ່ວນ 2 ກໍລະນີ ແລະ ເຂດບ້ານກົກໝາກ ເມືອງວິລະບູລີ ແຂວງສະຫວັນນະເຂດ 1 ກໍລະນີ.

ຕະຫຼອດໄລຍະເວລາ 30 ກວ່າປີແຫ່ງການຮ່ວມມືສອງຝ່າຍ ລາວ-ອາເມຣິກາ ໃນການດໍາເນີນວຽກງານສໍາຫຼວດ ແລະ ຂຸດຄົ້ນເພື່ອຊອກຫາສິ່ງເສດເຫຼືອຂອງທະຫານອາເມຣິກາ ໂດຍລັດຖະບານ ສປປ ລາວ ກໍຄືປະຊາຊົນລາວບັນດາເຜົ່າໄດ້ໃຫ້ການຮ່ວມມືທີ່ດີທີ່ສຸດເທົ່າທີ່ຈະເປັນໄປໄດ້ຕາມເງື່ອນໄຂ ແລະ ຄວາມອາດສາມາດຕົວຈິງບົນພື້ນຖານນະໂຍບາຍດ້ານມະນຸດສະທໍາອັນສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດຖະບານ ສປປ ລາວ ອັນໄດ້ເຮັດໃຫ້ການປະຕິບັດງານຮ່ວມສອງຝ່າຍໄດ້ຮັບຜົນສໍາເລັດທີ່ເປັນໜ້າເພີ່ງພໍໃຈຕະຫຼອດມາ.

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...