spot_img
Homeຂ່າວຕ່າງປະເທດວິໄຈຊີ້ ເບິ່ງໜ້າຄົນຫຼໍ່ຊ່ວຍໃຫ້ຄວາມຈຳດີ

ວິໄຈຊີ້ ເບິ່ງໜ້າຄົນຫຼໍ່ຊ່ວຍໃຫ້ຄວາມຈຳດີ

Published on

ລາຍການ Discoveries in Life ຂອງສະຖານີໂທລະພາບ KBS ໃນປະເທດ ສ.ເກົາຫຼີ ອ້າງຂໍ້ມູນຈາກລາຍງານຜົນວິໄຈທີ່ແນະນຳໃຫ້ແມ່ຍິງແນມເບິ່ງໜ້າຜູ້ຊາຍ (ໜ້າຫຼໍ່) ຊຶ່ງຈະຊ່ວຍເພີ່ມຄວາມຈື່ຈຳ ທັງຊ່ວຍເພີ່ມປະສິດທິພາບຂອງການຮ່ຳຮຽນດີຂຶ້ນ.

ງານວິໄຈດັ່ງກ່າວແມ່ນໄດ້ຂໍຄວາມຮ່ວມມືໃຫ້ແມ່ຍິງໄວກາງຄົນຈື່ຈຳຊື່ຕົວລະຄອນໃຫ້ໄດ້ຫຼາຍທີ່ສຸດໃນໄລຍະເວລາ 1 ນາທີ ຈາກນັ້ນນັກວິໄຈຈະຖາມຜູ້ເຂົ້າຮ່ວມໃຫ້ຈື່ຈຳຊື່ຕົວລະຄອນພ້ອມກັບເບິ່ງຮູບຄົນໜ້າຕາດີ ຜົນປາກົດວ່າໄດ້ຄຳຕອບທີ່ຖືກຕ້ອງເຖິງ 2 ໃນ 14 ນອກຈາກນີ້ ຫົວໜ້າສູນວິໄຈດ້ານສະໝອງຍັງກໍໄດ້ກ່າວຕື່ມວ່າ ຈາກການທົດລອງຍັງຢືນຢັນໄດ້ວ່າສະໝອງບໍລິເວນຂະໝັບຊຶ່ງມີສ່ວນກ່ຽວຂ້ອງກັບຄວາມຈື່ຈຳມີປະຕິກິລິຍາຈາກການທົດລອງໃນລັກສະນະນີ້ຫຼາຍທີ່ສຸດ.

ທັງນີ້ KBS ຍັງໄດ້ສຳພາດພະນັກງານໃນພະແນກສຸຂະພາບຈິດຂອງມະຫາວິທະຍາໄລຊອນມຸນ ຊຶ່ງນາງກ່າວວ່າການທີ່ໄດ້ແນມເບິ່ງຮູບພາບຂອງຜູ້ຊາຍໜ້າຕາດີຈະຊ່ວຍໃຫ້ອາລົມດີ ແລະ ເມື່ອອາລົມດີກໍຈະສົ່ງຜົນດ້ານບວກຕໍ່ສະໝອງ.

ຢ່າງໃດກໍຕາມ ຈິດຕະແພດກໍໄດ້ກ່າວຢ້ຳວ່າ ເມື່ອຜູ້ຊາຍເບິ່ງພາບແມ່ຍິງງາມຜັດບໍ່ມີຜົນດ້ານການກະຕຸ້ນຄວາມຊົງຈຳຂອງຜູ້ຊາຍໃຫ້ດີຂຶ້ນ ກົງກັນຂ້າມຮູບແມ່ຍິງງາມຜັດໄປແຊກແຊງການເຮັດວຽກຂອງຄວາມຊົງຈຳ ເນື່ອງຈາກຮູບແບບການຈື່ຈຳຂອງສະໝອງຕໍ່ວັດຖຸທີ່ແຕກຕ່າງກັນ.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: posttoday.com

ບົດຄວາມຫຼ້າສຸດ

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...