ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 14 ມິຖຸນາຜ່ານມາວ່າ ຍອດຜູ້ເສຍຊີວິດຈາກເຫດການອຸທົກກະໄພຄັ້ງໃຫຍ່ຊຶ່ງເກີດຂຶ້ນຢູ່ທາງພາກໃຕ້ ແລະ ພາກກາງຂອງ ສປ ຈີນ ຂະນະທີ່ກະຊວງບໍລິຫານສະຖານະການສຸກເສີນໄດ້ແຈ້ງວ່າ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 61 ລາຍ ຂະນະທີ່ທາງການໄດ້ອົບພະຍົບປະຊາຊົນປະມານ 356.000 ຄົນອອກຈາກພື້ນທີ່ສ່ຽງໄພ ນອກຈາກນີ້ ຍັງມີບ້ານເຮືອນຫຼາຍກວ່າ 9.000 ຫຼັງຄາເຮືອນ ແລະ ພື້ນທີ່ກະສິກຳໄດ້ຮັບຄວາມເສຍຫາຍຢ່າງໜັກ.
ຂະນະທີ່ມູນຄ່າຄວາມເສຍຫາຍທາງເສດຖະກິດຢູ່ທີ່ປະມານ 13.350 ລ້ານຢວນ ໂດຍເຈົ້າໜ້າທີ່ສາມາດຊ່ວຍເຫຼືອຊາວບ້ານອອກຈາກເຂດສ່ຽງໄພໄດ້ແລ້ວຫຼາຍກວ່າ 4.000 ຄົນ.
ຮຽບຮຽງ: ສະຫະລັດ ວອນທິວົງໄຊ
ຮູບພາບ: matichon.co.th