spot_img
Homeຂ່າວຕ່າງປະເທດບໍລິສັດໄອທີຊື່ດັງໃນຈີນຮ່ວມເລັ່ງພັດທະນາ "ໂອເອສຫົງເມິ່ງ" ຮ່ວມກັບຮົວເຫວີຍ

ບໍລິສັດໄອທີຊື່ດັງໃນຈີນຮ່ວມເລັ່ງພັດທະນາ “ໂອເອສຫົງເມິ່ງ” ຮ່ວມກັບຮົວເຫວີຍ

Published on

ບັນດາບໍລິສັດໄອທີຫຼາຍແຫ່ງໃນ ສປ ຈີນ ຮ່ວມມືກັບບໍລິສັດຍັກໃຫຍ່ນັ້ນກໍຄື ຮົວເຫວີຍ ເພື່ອພັດທະນາລະບົບປະຕິບັດການ ໂອເອສຫົງເມິ່ງ (OS Hongmeng) ຊຶ່ງພັດທະນາໂດຍຮົວເຫວີຍ ພາຍຫຼັງທີ່ກູເກິລຖືກລັດຖະບານອາເມຣິກາສັ່ງຫ້າມບໍ່ໃຫ້ເຮັດທຸລະກິດກັບຮົວເຫວີຍ.

ຂ່າວດັ່ງກ່າວຖືກເປີດເຜີຍໂດຍ ໂກລບອລ ໄທມ ກະບອກສຽງຂອງພັກຄອມມູນິດຈີນຊຶ່ງລະບຸເຖິງຄວາມຄືບໜ້າການພັດທະນາໂອເອສໃໝ່ຂອງຮົວເຫວີຍເພື່ອທົດແທນແອນດຣອຍຂອງກູເກິລ ຊຶ່ງມີກຳນົດຈະເປີດໂຕໃນອີກບໍ່ເທົ່າໃດເດືອນຂ້າງໜ້ານີ້.

ຢ່າງໃດກໍຕາມ ວາລະສານຊື່ດັງໃນອາເມຣິກາກໍໄດ້ຕັ້ງຂໍ້ສັງເກດວ່າ ລາຍງານຂ່າວດັ່ງກ່າວອາດເປັນພຽງຄວາມພະຍາຍາມຂອງທາງການຈີນໃນການໂຄສະນາຊວນເຊື່ອ ຫຼັງຈາກທີ່ອາເມຣິກາສັ່ງຫ້າມພາກທຸລະກິດພາຍໃນບໍ່ໃຫ້ຮ່ວມການຄ້າກັບຮົວເຫວີຍ ສົ່ງຜົນໃຫ້ກູເກິລຕ້ອງຍຸຕິການໃຫ້ບໍລິການແອນດຣອຍກັບຮົວເຫວີຍໃນເດືອນສິງຫານີ້ຕາມການປະກາດຜ່ອນຜັນຂອງທາງການອາເມຣິກາ.

ທັງນີ້ ບໍລິສັດທີ່ເຂົ້າຮ່ວມທົດລອງຮ່ວມກັບຮົວເຫວີຍປະກອບມີ ບໍລິສັດເທັນເຊັນ ສ່ຽວໝີ່ ອ໊ອບໂປ ແລະ ວີໂວ ເພື່ອພັດທະນາໂອເອສຫົງເມິ່ງ ເພື່ອຕອບໂຕ້ມາດຕະການທາງການຄ້າກັບອາເມຣິກາ ນອກຈາກນີ້ ໂກລບອລ ໄທມ ຍັງກ່າວອີກວ່າ ໂອເອສຫົວເມິ່ງມີຄວາມໄວໃນການເຮັດວຽກສູງກວ່າແອນດຣອຍເຖິງ 60% ໂດຍອ້າງຄຳກ່າວຂອງ ຣິຊາຣດ ຫຍູ ປະທານຝ່າຍອຸປະກອນໂທລະຄົມມະນາຄົມຂອງຮົວເຫວີຍ.

ຂະນະທີ່ມີລາຍງານວ່າ ໂອເອສຫົງເມິ່ງ ຈະເປີດໂຕພ້ອມກັບສະມາດໂຟນລຸ້ນໃໝ່ຂອງຮົວ ເຫວີຍນັ້ນກໍຄື Mate30 ໃນທ້າຍປີນີ້ ຫຼື ອາດເປັນລຸ້ນ P40 ໃນປີໜ້າ ທັງນີ້ ຄວາມເຄື່ອນໄຫວດັ່ງກ່າວເກີດຂຶ້ນທ່າມກາງຄວາມພະຍາຍາມເຈລະຈາຂອງກູເກິລຕໍ່ລັດຖະ ບານ ອາເມຣິກາເພື່ອຂໍໃຫ້ຍົກເວັ້ນກູເກິລຈາກຄຳສັ່ງຫ້າມເຮັດທຸລະກິດຮ່ວມກັບຮົວເຫວີຍ ເນື່ອງຈາກເປັນການກົດດັນໃຫ້ຮົວເຫວີຍນຳແອນດຣອຍໄປພັດທະນາຕໍ່ເປັນໂອເອສໃໝ່ອັນຈະສົ່ງຜົນກະທົບ ແລະ ເປັນໄພຄຸກຄາມຕໍ່ອາເມຣິກາຍິ່ງຂຶ້ນ.

 

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: khaosod.co.th

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...