spot_img
Homeຂ່າວຕ່າງປະເທດໂນເອມິ ຍິງສາວຊາວເປຣູ ຫວັງຄອງຕຳແໜ່ງຜົມຍາວທີ່ສຸດໃນໂລກ

ໂນເອມິ ຍິງສາວຊາວເປຣູ ຫວັງຄອງຕຳແໜ່ງຜົມຍາວທີ່ສຸດໃນໂລກ

Published on

ບໍ່ເຄີຍຝັນຢາກເປັນນາງງາມລະດັບໂລກ ແຕ່ຢາກໄດ້ຕຳແໜ່ງແມ່ຍິງທີ່ມີຜົມຍາວທີ່ສຸດໃນໂລກ ຊຶ່ງຍັງບໍ່ຮູ້ວ່າຈະໄດ້ດັ່ງທີ່ຫວັງ ຫຼື ບໍ່? ແຕ່ຄົນເຮົາກໍຕ້ອງຢູ່ຢ່າງມີຄວາມຫວັງເພື່ອເປັນພະລັງ ແລະ ແຮງຂັບເຄື່ອນໃນການດຳເນີນຊີວິິດ.

ເຊັ່ນດຽວກັບຍິງສາວຊາວເປຣູ ນັ້ນກໍຄື ໂນເອມິ ອາລິຊາເບທ ໂຣເມໂຣ ຮົວແມນ ໄວ 24 ປີ ກຳລັງໃຊ້ຊີວິດຢ່າງມີຄວາມຫວັງວ່າຄັ້ງໜຶ່ງໃນຊີວິດຕົນເອງຈະຖືກບັນທຶກຊື່ລົງໃນກິນເນສບຸ໊ກໃນຖານະ “ແມ່ຍິງທີ່ມີຜົມຍາວທີ່ສຸດໃນໂລກ” ຂະນະທີ່ປັດຈຸບັນ ໂນເອມິ ມີເສັ້ນຜົມທີ່ຍາວປະມານ 176 ຊັງຕີແມັດ.

ໂນເອມິ ຫຼື ຣາພັນເຊລແຫ່ງເປຣູ ໄດ້ກ່າວວ່າ ຕົນເອງຈົ່ງຜົມຍາວມາຕັ້ງແຕ່ຈື່ຄວາມໄດ້ ແລະ ແມ່ຍິງທຸກຄົນໃນຕະກູນຂອງນາງນິຍົມຈົ່ງຜົມຍາວທຸກຄົນ ປັດຈຸບັນ ນາງກໍຫວັງວ່າ ນາງຈະສາມາດຊິງຕຳແໜ່ງ ຫຼື ໂຄ່ນລົ້ມແມ່ຍິງທີ່ມີຜົມຍາວທີ່ສຸດໃນໂລກຄົນປັດຈຸບັນ ນັ້ນກໍຄືຍິງສາວຊາວອັກຊັງຕິນທີ່ຄອງສະຖິຕິຢູ່ໃນຂະນະນີ້.

 

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: Ruptly and www.rt.com

ບົດຄວາມຫຼ້າສຸດ

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່ ເພື່ອເສີມສ້າງລະບົບການຂົນສົ່ງໃນພາກພື້ນ, ສົ່ງເສີມການຮ່ວມມືທາງເສດຖະກິດ, ແລະ ເຊື່ອມຕໍ່ອາຊີຕາເວັນອອກສຽງໃຕ້ ເຂົ້າກັບເສັ້ນທາງການຄ້າໂລກ. ອີງຕາມການລາຍງານຂອງເວັບໄຊຕ໌ຂ່າວການຂົນສົ່ງທາງລົດໄຟ Railway Supply. ໃນວັນທີ 25 ພຶດສະພາ, ບໍລິສັດ Penang Port Sdn Bhd ແລະ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ

ລາວ-ມາເລເຊຍ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ອັນວາ ອິບຣາຮິມ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ...