ເຢຍລະມັນເປີດປະມູນຄື້ນ 5 ຈີ

ສຳນັກຂ່າວຕ່າງປະເທດລາຍງານວ່າ ຄະນະກຳມະການກຳກັບດູແລເຄືອຂ່າຍແຫ່ງລັດຂອງເຢຍລະມັນໄດ້ອອກມາຖະແຫຼງວ່າ ທາງການເຢຍລະມັນໄດ້ເງິນຈາກການປະມູນຄື້ນຄວາມຖີ່ 5 ຈີ (5G) ສູງເຖິງ 6.550 ລ້ານເອີໂຣ ຫຼັງຈາກການແຂ່ງຂັນເພື່ອຍາດຊິງຄື້ນ 5 ຈີ ພາຍໃນປະເທດເກືອບ 3 ເດືອນ ທັງນີ້ ເຮັດໃຫ້ບໍລິສັດວັນແອນວັນ ຄຣິລລິຊ ກາຍເປັນບໍລິສັດຜູ້ໃຫ້ບໍລິການໂທລະສັບເຄື່ອນທີ່ລາຍທີ 3 ທີ່ເຂົ້າສູ່ຕະຫຼາດເຢຍລະມັນຕໍ່ຈາກ ດອຍຊເທເລຄອມ ໂວດາໂຟນ ແລະ ເທເລໂຟນິກາ.

ລາຍງານຂ່າວດຽວກັນລະບຸອີກວ່າ ມີການປະມູນແຂ່ງຂັນຫຼາຍກວ່າ 497 ຮອບ ຊຶ່ງຖືວ່າຫຼາຍກວ່າທີ່ນັກວິເຄາະໄດ້ຄາດຄະເນໄວ້ ຢ່າງໃດກໍຕາມ ບັນດາຜູ້ບໍລິຫານຂອງຜູ້ໃຫ້ບໍລິການໂທລະສັບເຄື່ອນທີ່ຕ່າງເບິ່ງເຫັນວ່າ ການປະມູນຄັ້ງນີ້ແມ່ນຕັ້ງລາຄາສູງເກີນໄປ ຊຶ່ງຈະເຮັດໃຫ້ຄວາມສາມາດໃນການລົງທຶນເຄືອຂ່າຍລຸ້ນຕໍ່ໄປມີຈຳນວນໜ້ອຍລົງ.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: Photo by Robyn Beck/AFP