spot_img
Homeຂ່າວຕ່າງປະເທດການາດາຜ່ານກົດໝາຍຫ້າມລ້ຽງ “ໂລມາ-ວານ”

ການາດາຜ່ານກົດໝາຍຫ້າມລ້ຽງ “ໂລມາ-ວານ”

Published on

ລາຍງານຂ່າວເມື່ອວັນທີ 10 ມິຖຸນາຜ່ານມາ ສະພາການາດາໄດ້ຜ່ານກົດໝາຍຫ້າມຄອບຄອງ ແລະ ປະສົມພັນປາວານກັບປາໂລມາ ຫຼັງຈາກທີ່ສະເໜີເຂົ້າສະພາຄັ້ງທຳອິດເມື່ອປີ 2015.

ທັງນີ້ ສຳລັບຜູ້ທີ່ລະເມີດກໍຈະມີບົດລົງໂທດ ແລະ ປັບໄໝ ຍົກເວັ້ນສັດທະເລທີ່ຕ້ອງການຟື້ນຟູຈາກອາການບາດເຈັບ ຫຼື ກໍລະນີ ອື່ນໆຕາມອຳນາດການຕັດສິນໃຈຂອງເຈົ້າໜ້າທີ່.

ການາດາຖືເປັນ 1 ໃນ 11 ປະເທດທີ່ຄັດຄ້ານການລ້ຽງສັດທະເລເພື່ອການບັນເທີງ ຊຶ່ງມີການຕໍ່ຕ້ານເພີ່ມຂຶ້ນໂດຍສະເພາະໃນສວນສັດສະໜຸກທີ່ມີການສະແດງຂອງປາວານ ແລະ ປາໂລມາ.

ຂະນະທີ່ເມື່ອປີຜ່ານມາ ບໍລິສັດທ່ອງທ່ຽວຍັກໃຫຍ່ຂອງອັງກິດກໍໄດ້ຍົກເລີກຂາຍປີ້ເຂົ້າຊົມການສະແດງຂອງສວນສັດທີ່ລ້ຽງປາວານເພັດຊະຄາດ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ 

ຮູບພາບ: thairath.co.th

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...