spot_img
Homeຂ່າວຕ່າງປະເທດເມັກຊີໂກເປີດເສລີການສວມໃສ່ເຄື່ອງແບບຂອງນັກຮຽນ

ເມັກຊີໂກເປີດເສລີການສວມໃສ່ເຄື່ອງແບບຂອງນັກຮຽນ

Published on

ທາງການຂອງນະຄອນຫຼວງເມັກຊີໂກຊີຕີ ເມືອງຫຼວງຂອງເມັກຊີໂກໄດ້ປະກາດນະໂຍບາຍໃໝ່ດ້ວຍການໃຫ້ນັກຮຽນທີ່ຈະເຂົ້າຮຽນໃນໂຮງງານຂອງລັດໃນເຂດເມືອງບໍ່ຈຳເປັນຕ້ອງແຕ່ງກາຍດ້ວຍຊຸດນັກຮຽນຕາມລະບຽບໃນແຕ່ລະເພດສະພາບພາຍໃຕ້ນະໂຍບາຍເຄື່ອງແບບນັກຮຽນທີ່ເປັນກາງທາງເພດ (Gender-neutral school uniforms).

ພ້ອມນີ້ ຍັງລະບຸອີກວ່າ “ຍຸກສະໄໝທີ່ເດັກຍິງຕ້ອງສວມໃສ່ກະໂປ່ງ ແລະ ເດັກຊາຍຕ້ອງໃສ່ໂສ້ງຂາຍາວມັນຜ່ານໄປແລ້ວ” ໂດຍນະໂຍບາຍດັ່ງກ່າວແມ່ນອະນຸຍາດໃຫ້ເດັກຊາຍສາມາດສວມກະໂປ່ງຊຶ່ງເປັນເຄື່ອງແບບຂອງນັກຮຽນຍິງໄດ້ ສ່ວນນັກຮຽນຍິງກໍສາມາດສວມໃສ່ໂສ້ງຂາຍາວຂອງນັກຮຽນຊາຍໄດ້ເຊັ່ນກັນ ທັງນີ້ ຖືເປັນສ່ວນໜຶ່ງຂອງການສ້າງຄວາມເທົ່າທຽມທາງເພດ ແລະ ເພື່ອໃຫ້ເດັກມີເສລີພາບໃນການເລືອກເພດດ້ວຍຕົນເອງ ແລະ ກ້າສະແດງອອກ.

ຂະນະທີ່ກະຊວງສຶກສາທິການເມັກຊິໂກກໍໄດ້ກ່າວຍ້ອງຍໍ ແລະ ພ້ອມທີ່ຈະໃຫ້ການສະໜັບສະໜູນໃຫ້ໜ່ວຍງານທ້ອງຖິ່ນຂອງລັດອື່ນໆໃນປະເທດດຳເນີນການໃນລັກສະນະດຽວກັນນີ້ຕາມສົມຄວນ.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ:REUTERS/Margarito Perez-Retana

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...