spot_img
Homeຂ່າວຕ່າງປະເທດງົງໄປຕາມໆກັນ ແພດພົບແຂ້ວນ້ຳນົມປົ່ງໃນອັນທະເດັກອາຍຸ 13 ປີ

ງົງໄປຕາມໆກັນ ແພດພົບແຂ້ວນ້ຳນົມປົ່ງໃນອັນທະເດັກອາຍຸ 13 ປີ

Published on

ທີມແພດໃນຣັດເຊຍເຖິງກັບອ້າປາກຄ້າງເມື່ອພົບແຂ້ວນ້ຳນົມ 1 ເຫຼັ້ມຢູ່ໃນອັນທະຂອງເດັກ ຊາຍໄວ 13 ປີ ຫຼັງຈາກກ່ອນໜ້ານີ້ນຶກວ່າເປັນກ້ອນມະເຮັງ.

ໂດຍແພດຂອງໂຮງໝໍເດັກໂມໂຣຊອຟ ໃນນະຄອນມົດສະກູກຽມຜ່າຕັດກ້ອນປິດສະໜາທີ່ກວດພົບໃນອັນທະຂອງເດັກຊາຍໄວ 13 ປີ ຊຶ່ງຄາດຄະເນວ່າຈະເປັນກ້ອນມະເຮັງ ແຕ່ເມື່ອຜ່າອອກມາແລ້ວກໍພົບວ່າ ກ້ອນດັ່ງກ່າວແມ່ນແຂ້ວ 1 ເຫຼັ້ມ ຊຶ່ງຜົນກວດສອບພົບວ່າເປັນແຂ້ວກາມດ້ານເທິງເຫຼັ້ມທີ 7 ທີ່ບໍ່ໄດ້ງອກໃນປາກຂອງເດັກ ທັງນີ້ ແພດຍັງລະບຸອີກວ່າ ນີ້ເປັນກໍລະນີທີ່ເກີດຂຶ້ນຍາກທີ່ສຸດຊຶ່ງເອີ້ນວ່າ (teratoid tumour) ເກີດຂຶ້ນກ່ອນທີ່ເດັກຈະເກີດ ຫຼື ອາດເກີດຈາກສະເຕັມເຊລທີ່ເຮັດໃຫ້ອະໄວຍະວະບາງຢ່າງຢູ່ຜິດບ່ອນເຊັ່ນ ໃນກໍລະນີນີ້ແມ່ນແຂ້ວນ້ຳນົມຊຶ່ງຄວນຈະປົ່ງຢູ່ໃນປາກ ແຕ່ກັບມາປົ່ງຢູ່ອັນທະແທນ.

ຢ່າງໃດກໍຕາມ ດຣ ດິມິທຣີ ຕາຣູຊິນ ແພດຊ່ຽວຊານດ້ານລະບົບປັດສະວະກໍໄດ້ຢືນຢັນວ່າ ການຜ່າຕັດເອົາແຂ້ວອອກຈາກອັນທະເດັກແມ່ນປະສົບຜົນສຳເລັດດີ ແລະ ຈະບໍ່ມີບັນຫາດ້ານການຈະເລີນພັນໃນອະນາຄົດ.

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: thairath

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...