spot_img
Homeຂ່າວຕ່າງປະເທດໝີດຳຟໍຣໂມຊາໃນໄຕ້ຫວັນຢູ່ໃນພາວະສຽງສູນພັນ

ໝີດຳຟໍຣໂມຊາໃນໄຕ້ຫວັນຢູ່ໃນພາວະສຽງສູນພັນ

Published on

ສຳນັກຂ່າວຕ່າງປະເທດລາຍງານເມື່ອບໍ່ດົນມານີ້ວ່າ ໝີດຳທີ່ມີກາສັນຍະລັກຄ້າຍຄືໂຕອັກສອນໃນພາສາອັງກິດຄື ໂຕວີ (V) ສີຂາວ ໂດຍຖືກຕັ້ງຊື່ວ່າ “ບຣາໂວ” ເປັນສັດສັນຍະລັກຂອງປະເທດໄຕ້ຫວັນ ແລະ ຖືກແຕ່ງຕັ້ງໃຫ້ເປັນສັດສັນຍະລັກຂອງການແຕ່ງດອງຂອງຊາວຮັກຮ່ວມເພດ ນອກຈາກນີ້ ຮູບໂຕວີສີຂາວຢູ່ບໍລິເວນຄໍຂອງມັນຍັງກາຍເປັນແຮງບັນດານໃຈໃນການຕັ້ງຊື່ຂອງສາຍການບິນ “ວີ ແອຣລາຍ” ອີກດ້ວຍ.

ຂະນະທີ່ປາກົດເຫັນໝີດຳຟໍຣໂມຊາຢູ່ທົ່ວທຸກຂົງເຂດຂອງໄຕ້ຫວັນ ແຕ່ວ່າຈຳນວນປະຊາກອນຂອງມັນຜັດຫຼຸດລົງເລື້ອຍໆຈົນໜ້າເປັນຫ່ວງ ດັ່ງນັ້ນ ລັດຖະບານໄຕ້ຫວັນຈຶ່ງໄດ້ປະກາດໃຫ້ໝີດຳຟໍຣໂມຊາເປັນສັດທີ່ໃກ້ສູນພັນ ທັງນີ້ ຜູ້ຊ່ຽວຊານຍັງລະບຸວ່າ ຈຳນວນຂອງໝີດຳຫຼຸດລົງຢ່າງໄວວາຈົນເກືອບສູນພັນເພາະຖືກລ່າຢ່າງຜິດກົດໝາຍ ແລະ ການບຸກລຸກເຂດທີ່ຢູ່ອາໄສຂອງພວກມັນ ປັດ ຈຸບັນຄາດວ່າອາດຈະມີໝີດຳຢູ່ໃນໄຕ້ຫວັນປະມານ 200-600 ໂຕເທົ່ານັ້ນ.

ທັງນີ້ ນິດໄສຂອງໝີດຳຊະນິດນີ້ແມ່ນເປັນສັດທີ່ກິນໄດ້ທຸກຢ່າງ ແຕ່ທີ່ມັກກິນທີ່ສຸດກໍຄື ໝາກໄມ້ ຖົ່ວ ແລະ ໝາກໄມ້ຕະກູນເບີຣີ ແລະ ຈະບໍ່ຈຳສິນຄືກັບໝີຊະນິດອື່ນໆ ໝີດຳຟໍຣໂມຊາເປັນສາຍພັນຍ່ອຍຂອງໝີດຳອາຊີຊຶ່ງພົບໄດ້ທົ່ວພູມີພາກອາຊີຕາເວັນອອກ ແລະ ອາຊີຕາເວັນຕົກສຽງໃຕ້ ລວມທັງໃນປະເທດຍີ່ປຸ່ນ ສ.ເກົາຫຼີ ແລະ ປະເທດໄທ.

ເຖິງແມ່ນວ່າສະຫະພາບສາກົນວ່າດ້ວຍການອະນຸຮັກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫຼື IUCN ໄດ້ຈັດອັນດັບໃຫ້ໝີດຳຟໍຣໂມຊາຢູ່ໃນກຸ່ມສິ່ງມີຊີວິດທີ່ເກືອບຢູ່ໃນພາວະສູນພັນເນື່ອງຈາກຖືກຄຸກຄາມ ແລະ ຖືກລ່າຢ່າງຜິດກົດໝາຍ ເຮັດໃຫ້ຈຳ ນວນປະຊາກອນຂອງໝີດຳຟໍຣໂມຊາຫຍັບໃກ້ເຂົ້າສູ່ພາວະສ່ຽງສູນພັນ.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: khaosod

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...