spot_img
Homeຂ່າວພາຍ​ໃນສຳເລັດການແຂ່ງຂັນ Vientiane Center 3x3 Basketball League ຄັ້ງທຳອິດ

ສຳເລັດການແຂ່ງຂັນ Vientiane Center 3×3 Basketball League ຄັ້ງທຳອິດ

Published on

ປິດສາກລົງແລ້ວສຳລັບການງານແຂ່ງຂັນ Vientiane Center 3×3 Basketball League ຮອບຊີງຊະນະ ຊຶ່ງຈັດຂຶ້ນເມື່ອວັນທີ 8 ມີຖຸນາ 2019 ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ.

ໃຫ້ກຽດເປັນປະທານໂດຍ ທ່ານ Xubo ຮອງຜູ້ອຳນວຍການສູນການຄ້າວຽງຈັນເຊັນເຕີ ພ້ອມດ້ວຍຜູ້ສະໜັບສະໜູນບໍ່ວ່າຈະເປັນ  OPPO  Major platinum Cineplex  NISSAN  KING SPORT B Visions  ໂຮງຮຽນນານາຊາດລາວ ນ້ຳດື່ມຄູນຊ້າງ ແລະ ສູນການຄ້າວຽງຈັນເຊັນເຕີ.

ສຳລັບງານ Vientiane Center 3×3 Basketball League ໄດ້ເລີ່ມແຂ່ງຂັນມາຕັ້ງແຕ່ວັນທີ 19-23 ພຶດສະພາ 2019 (ຮອບຄັດເລືອກ) ແລະ ຮອບຊີງຊະນະເລີດແມ່ນຈັດຂຶ້ນໃນວັນທີ 7–8 ມີຖຸນາ 2019 ທີ່ສູນການຄ້າວຽງຈັນເຊັນເຕີ.

ທັງນີ້ ເປັນການແຂ່ງຂັນໃນຮູບແບບ 3×3 ໃນພື້ນທີ່ຂະໜາດ 14×15 ແມັດ ຊຶ່ງຖືເປັນຄັ້ງທຳອິດທີ່ຈັດການແຂ່ງຂັນພາຍໃນສູນການຄ້າແຫ່ນີ້ ຊຶ່ງການຈັດງານໃນຄັ້ງນີ້ຖືວ່າປະສົບຜົນສຳເລັດຢ່າງສູງ ແລະ ມີການຕອບຮັບຈາກທີມນັກກີລາຊື່ດັງໃນ ສປປ ລາວ ຫຼາຍທີມທີ່ເຂົ້າຮ່ວມແຂ່ງຂັນ.

ໃນນັ້ນ ມີທີມທີ່ເຂົ້າຮ່ວມການແຂ່ງຂັນທັງໝົດ 92 ທີມ (ສະໝັກຫຼິ້ນ ແລະ ອາຊີບ) ໂດຍໄດ້ແບ່ງການແຂ່ງຂັນເປັນ 3 ລຸ້ນຄື ລຸ້ນອາຍຸຕ່ຳກວ່າ 14 ປີ ລຸ້ນອາຍຸ 15-17 ປີ ແລະ ລຸ້ນອາຍຸ 23 ປີຂຶ້ນໄປ ຊີງລາງວັນລວມມູນຄ່າ 20 ລ້ານກີບ.

ຈຸດປະສົງໃນການຈັດງານຄັ້ງນີ້ແມ່ນເປັນການເປີດໂອກາດໃຫ້ນັກກີລາແຂ່ງຂັນ Basketball ທັງມືສະໝັກຫຼິ້ນ ແລະ ມືອາຊີບທັງພາຍໃນ ແລະ ຕ່າງປະເທດໄດ້ມີພື້ນທີ່ສະແດງຄວາມສາມາດ ແລະ ທັກສະທາງດ້ານກີລາ ທັງເພື່ອສ້າງໃຫ້ໄວໜຸ່ມລາວຫັນມາໃສ່ໃຈເລື່ອງສຸຂະພາບ ນອກຈາກນີ້ ຍັງເປັນການສົ່ງເສີມກີລາ Basketball ໃຫ້ເປັນກີລາທີ່ມີຄວາມນິຍົມໃນປະເທດລາວ.

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...