ຟອດ ກຽມປິດໂຮງງານຜະລິດລົດໃຫຍ່ໃນເວລສ

ບໍລິສັດ ຟອດ ຢືນຢັນກຽມປິດໂຮງງານຟອດທີ່ເມືອງບຣິດເຈນໃນເວລສ ຊຶ່ງມີກຳນົດປິດຢ່າງເປັນທາງການພາຍໃນປີ 2020 ພາຍຫຼັງທີ່ກໍ່ຕັ້ງມາກວ່າ 40 ປີ ສົ່ງຜົນກະທົບໃຫ້ພະນັກງານເຖິງ 1,7 ພັນຄົນ ແລະ ຖືເປັນມໍລະສຸມຂ່າວຮ້າຍຫຼ້າສຸດຂອງອຸດ ສາຫະກຳລົດໃຫຍ່ໃນອັງກິດ.

ພະນັກງານຂອງໂຮງງານຟອດທີ່ເມືອງບຣິດເຈນຕ່າງກໍພາກັນຕົກໃຈ ແລະ ເສຍໃຈທີ່ສຸດພາຍຫຼັງທີ່ໄດ້ຮັບຈດໝາຍຈາກບໍລິສັດແມ່ໃນອາເມຣິກາທີ່ສົ່ງມາເຖິງເຮືອນ ໂດຍແຈ້ງວ່າ ບໍລິສັດຟອດກຽມປິດໂຮງງານພາຍໃນເດືອນກັນຍາ 2020 ນີ້.

ການປິດໂຕຂອງໂຮງງານຟອດທີ່ເມືອງບຣິດເຈນ ຊຶ່ງຢູ່່ຫ່າງຈາກຄາຣດິຟ ນະຄອນຫຼວງຂອງເວລສປະມານ 32 ກີໂລແມັດ ນອກຈາກຈະສົ່ງຜົນກະທົບຕໍ່ພະນັກງານໃນໂຮງງານກວ່າ 1.700 ຄົນແລ້ວ ຍັງກະທົບຕໍ່ພະນັກງານໃນໂຮງງານ ແລະ ບໍລິສັດ ຕ່າງໆທີ່ຢູ່ໃນສາຍການຜະລິດສິ້ນສ່ວນຕ່າງໆເພື່ອປ້ອນໃຫ້ກັບໂຮງງານຟອດອີກດ້ວຍ.

ຂະນະທີ່ບໍລິສັດຟອດກໍໄດ້ແຈ້ງວ່າ ການເຄື່ອນໄຫວໃນການປິດໂຮງງານທີ່ເມືອງບຣິດເຈນບໍ່ໄດ້ກ່ຽວຂ້ອງກັບການທີ່ອັງກິດຈະອອກຈາກການເປັນສະມາຊິກຂອງສະຫະພາບເອີຣົບ (ເບຣັກຊິດ) ແຕ່ເນື່ອງມາຈາກປັດໄຈຫຼາຍຢ່າງ ລວມທັງການປ່ຽນແປງຂອງຜູ້ບໍລິໂພກ ແລະ ການຫຼຸດລົງຂອງຍອດຈຳໜ່າຍລົດໃຫຍ່ທີ່ໃຊ້ນ້ຳມັນເປັນເຊື້ອເພີງ.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: khaosod