Homeຂ່າວພາຍ​ໃນເປີດໂຄງການສົ່ງເສີມນັກອອກແບບໜຸ່ມນ້ອຍຂອງລາວ 2019 ຢ່າງເປັນທາງການ

ເປີດໂຄງການສົ່ງເສີມນັກອອກແບບໜຸ່ມນ້ອຍຂອງລາວ 2019 ຢ່າງເປັນທາງການ

Published on

ດຳເນີນມາເປັນປີທີ 6 ແລ້ວສຳລັບໂຄງການ ລາວ ແຟເຊິນ ວີກ (Lao fashion week) ແມ່ນສັບປະດາແຫ່ງການສະແດງອາພອນລະດັບສາກົນທີ່ມີຄວາມສຳຄັນ ແລະ ຍິ່ງໃຫຍ່ທີ່ສຸດຂອງລາວ ຖືເປັນຄວາມພາກພູມໃຈທີ່ໄດ້ນຳເອົາຊື່ສຽງຂອງປະເທດລາວໄປຢູ່ໃນແຜນທີ່ແຟເຊິນລະດັບໂລກຢ່າງເຕັມຕົວ ແລະ ໄດ້ກາຍເປັນສ່ວນໜຶ່ງຂອງຄອບຄົວແຟເຊິນວີກຂອງໂລກ ຊຶ່ງພວກເຮົາມຸ່ງໝັ້ນທີ່ຈະສືບຕໍ່ເສີມຂະຫຍາຍສາຍພົວພັນການຮ່ວມມືອັນຍືນຍາວກັບບັນດາຄູ່ຮ່ວມການພັດທະນາທັງພາຍໃນ ແລະ ຕ່າງປະເທດ ເພື່ອການພັດທະນາທີ່ຍືນຍົງໃຫ້ແກ່ວົງການແຜ່ນແພ ແລະ ແຟເຊິນໃນ ສປປ ລາວ ສຳລັບງານໃນປີນີ້ແມ່ນຈະຈັດຂຶ້ນລະຫວ່າງວັນທີ 2-6 ກັນຍາ 2019 ທີ່ໂຮງແຮມແລນມາກ ແມ່ຂອງຣີເວີໄຊ ນະຄອນຫຼວງວຽງຈັນ ຊຶ່ງຈະມີຫຼາຍກວ່າ 50 ດີຊາຍເນີ້ເຂົ້າຮ່ວມ ໃນນັ້ນ ມີຫຼາຍກວ່າ 30 ດີຊາຍເນີ້ຊື່ດັງຈາກຕ່າງປະເທດທີ່ຈະມາຮ່ວມສະແດງຜົນງານ.

ສຳລັບໂຄງການສົ່ງເສີມນັກອອກແບບໜຸ່ມນ້ອຍຂອງລາວປະຈຳປີ 2019 ຊຶ່ງເປັນໂຄງການພັດທະນາຊັບພະຍາກອນບຸກຄົນຂອງ ລາວ ແຟເຊິນ ວີກ ແມ່ນໄດ້ສົ່ງບັນດາໄວໜຸ່ມລາວທີ່ມີພອນສະຫວັນ ແລະ ຮັກໃນການອອກແບບຈຳນວນ 5 ຄົນໄປຮ່ຳຮຽນ ແລະ ຝຶກຝົນໃນບັນດາສະຖາບັນແຟເຊິນທີ່ມີຊື່ສຽງລະດັບໂລກ ບໍ່ວ່າຈະເປັນສະຖາບັນເອັດສໂມດ ທີ່ມະຫານະຄອນປາຣີ ປະເທດຝຣັ່ງ ສະຖາບັນ ນານຢາງ ທີ່ສິງກະໂປ ສະຖາບັນລອນດອນຄອນເລດອອຟດີຊາຍ ແອນ ແຟເຊິນ ທີ່ຮ່າໂນຍ ສະຖາບັນແຟເຊິນຟິລິປີນທີ່ມະນີລາ ລວມເຖິງບັນດາຫ້ອງເສື້ອຊື່ດັງໃນບາງກອກ ປະເທດໄທ.

ຊຶ່ງໃນປີນີ້ ກໍໄດ້ຄັດເລືອກບັນດານ້ອງໆໄດ້ 5 ຄົນສຸດທ້າຍຊຶ່ງປະກອບມີ ທ. ອານຸສິດ ແພງຄຳພັດ ທ. ກອນວິໄຊ ສຸວັດດີ ທ. ມັງ ກອນ ໄຊຍະວົງ ນ. ມະນີທິບ ວົງພະຈັນ ທ. ສຸນັນທາ ພັນທະປັນຍາ ຊຶ່ງທັງ 5 ນ້ອງຈະໄດ້ຮັບທຶນຄົນລະ 3 ລ້ານກີບເພື່ອນຳໃຊ້ໃນການຜະລິດເສື້ອຜ້າຕົວຈິງ ແລະ ຈະຖືກນຳມາສະແດງໃນງານ ລາວ ແຟເຊິນ ວີກ 2019.

ພ້ອມນີ້ ລາວ ແຟເຊິນ ວີກ ກໍຈະເປີດຕົວໂຄງການ “ແຜ່ນແພລາວກ້າວສູ່ວົງການແຟເຊິນ” ຊຶ່ງຈະໄດ້ຈັດຂຶ້ນທຸກປີ ເພື່ອໃຫ້ນັກອອກແບບລຸ້ນໃໝ່ໄດ້ປ່ຽນຜ້າແພແບບດັ່ງເດີມໃຫ້ກາຍເປັນເສື້ອຜ້າແຟເຊິນທີ່ມີຄວາມທັນສະໄໝ ແລະ ນຳໄປສະແດງຜົນງານເທິງເວທີຕ່າງປະເທດ ເພື່ອສ້າງໂອກາດໃຫ້ທຸລະກິດຜ້າແພຂອງລາວສາມາດເປັນສ່ວນໜຶ່ງຂອງອຸດສາຫະກຳແຟເຊິນລະດັບສາກົນ ແລະ ລະດັບໂລກ.

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...