spot_img
Homeຂ່າວຕ່າງປະເທດຈີນປ່ອຍຈະຫຼວດອອກຈາກເຮືອໄດ້ສຳເລັດ

ຈີນປ່ອຍຈະຫຼວດອອກຈາກເຮືອໄດ້ສຳເລັດ

Published on

ເມື່ອວັນທີ 6 ມິຖຸນາ 2019 ສະຖານີໂທລະພາບ CCTV ຂອງຈີນ ແລະ ເວັບໄຊໄດ້ເຜີຍແຜ່ຄລິບນາທີທີ່ຈີນປະສົບຄວາມສຳເລັດໃນການຍິງຈະຫຼວດ Long March11 ຂົນສົ່ງດາວທຽມຂຶ້ນສູ່ອະວະກາດຈາກເຮືອນເປັນຄັງທຳອິດ ແລະ ເຮັດໃຫ້ຈີນກາຍເປັນຊາດທີ 3 ຂອງໂລກຕໍ່ຈາກອາເມຣິກາ ແລະ ຣັດເຊຍ ທີ່ປະສົບຄວາມສຳເລັດໃນການປ່ອຍຈະຫຼວດຂົນສົ່ງດາວທຽມຈາກຍານ ຫຼື ເຮືອ.

ຈີນມຸ່ງໝັ້ນໄປສູ່ການເປັນຊາດທີ່ນຳໜ້າດ້ານເຕັກໂນໂລຊີອະວະກາດ ໂດຍໄດ້ທົດສອບຍິງຈະຫຼວດ ລອງມາຣກ 11 ຈາກເຮືອທີ່ລອຍໃນທະເລເຫຼືອງຫ່າງຈາກມົນທົນຊານຕົງ ທາງພາກຕາເວັນອອກຂອງຈີນເມື່ອເວລາ 12:06 ນາທີຂອງວັນທີ 5 ມິຖຸນາ 2019 (ຕາມເວລາທ້ອງຖິ່ນ) ຊຶ່ງຖືເປັນການຍິງຈະຫຼວດລຸ້ນນີ້ເປັນຄັງທີ 7 ຫຼັງຈາກໄດ້ທົດສອບຄັ້ງທຳອິດເມື່ອປີ 2015 ແລະ ນັບເປັນຄວາມພະຍາຍາມໃນການຍິງຈະຫຼວດ ລອງມາຣກ 11 ຈາກເຮືອເປັນຄັງທຳອິດ ແລະ ປະສົບຄວາມສຳເລັດຢ່າງຍິ່ງໃຫຍ່.

ລາຍງານຂ່າວດຽວກັນໃຫ້ຮູ້ອີກວ່າ ດາວທຽມທີ່ຖືກສົ່ງຂຶ້ນໄປກັບຈະຫຼວດ ລອງມາຣກ 11 ໃນຄັ້ງນີ້ເປັນດາວທຽມທຸລະກິດທີ່ມີຂະໜາດນ້ອຍ 5 ດວງ ແລະ ດາວທຽມທີ່ໃນທົດລອງໃນທາງເຕັກໂນໂລຊີ 2 ດວງທີ່ມີຂະໜາດໃຫຍ່ກວ່າ ມີຊື່ວ່າ Bufeng-1A ແລະ Bufeng-1B ສ້າງໂດຍສະຖາບັນເຕັກໂນໂລຊີອະວະກາດໃນນະຄອນຫຼວງປັກກິ່ງ ໂດຍຈະຖືກນຳໃຊ້ໃນການສັງເກດການຂອງກະແສລົມເໜືອມະຫາສະໝຸດເພື່ອຊ່ວຍເພີ່ມປະສິດທິພາບສຳລັບການພະຍາກອນອາກາດ.

ຮຽບຮຽງ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: thairath

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...