spot_img
Homeຂ່າວຕ່າງປະເທດອອກໝາຍແດງ ຈັບ 5 ອາຊະຍາກອນດ້ານສິ່ງແວດລ້ອມ

ອອກໝາຍແດງ ຈັບ 5 ອາຊະຍາກອນດ້ານສິ່ງແວດລ້ອມ

Published on

ອົງການຕຳຫຼວດອາຊະຍາກຳລະຫວ່າງປະເທດລະຫວ່າງປະເທດ ຫຼື ອິນເຕີຣໂພລໄດ້ອອກໝາຍຈັບ (ໝາຍແດງ) ຜູ້ຕ້ອງຫາໜີຄະດີຈຳນວນ 7 ຄົນທີ່ກໍ່ອາຊະຍາກຳດ້ານສິ່ງແວດລ້ອມນັບຕັ້ງແຕ່ການຕັດໄມ້ທຳລາຍປ່າ ລວມເຖິງການລັກລອບລ່າຊ້າງ ແລະ ຄ້າງາຊ້າງ ເຫຼົ່ານີ້ເປັນຕົ້ນ ທັງນີ້ ອິນເຕີຣໂພລແມ່ນເຮັດວຽກຮ່ວມກັບ 194 ປະເທດທົ່ວໂລກ ເພື່ອປະສານຄວາມຮ່ວມມືຕໍ່ຕ້ານອົງກອນອາຊະຍາກຳ ແລະ ປະຕິບັດການຕໍ່ຕ້ານການກໍ່ການຮ້າຍ.

ໂດຍການອອກໝາຍຈັບດັ່ງກ່າວຖືວ່າຍັງບໍ່ເຄີຍປາກົດມີມາກ່ອນ ຊຶ່ງອອກໂດຍອົງການຕຳຫຼວດສາກົນທີ່ມີສຳນັກງານໃຫຍ່ຢູ່ທີ່ເມືອງລຽງ ປະເທດຝຣັ່ງ ໂດຍການອອກໝາຍຈັບດັ່ງກ່າວມີຂຶ້ນກ່ອນວັນສິ່ງແວດລ້ອມໂລກພຽງ 1 ວັນ.

ທ່ານ ທິມ ມໍຣິສ ຜູ້ອຳນວຍການອິນເຕີຣໂພລໄດ້ຮຽກຮ້ອງຕໍ່ປະເທດຕ່າງໆທົ່ວໂລກທີ່ຜູ້ຕ້ອງຫາອາດຈະອາໄສ ຫຼື ຫຼົບໜີໃນຂະນະນີ້ ກໍຂໍຄວາມຮ່ວມມືກໍລະນີພົບເຫັນກຸ່ມຄົນດັ່ງກ່າວກໍສາມາດຈັບກຸມໄດ້ທັນທີ ທັງນີ້ ໃນໝາຍແດງໄດ້ລະບຸຊື່ຜູ້ຕ້ອງຫາທັງ 7 ຄົນ ຊຶ່ງເປັນທີ່ຕ້ອງການຂອງທາງການເກັນຢາ ເກຣັກ ແລະ ອີສວາຕິນີອະດີດປະເທດສະວາຊິແລນ.

ທັງນີ້ ອາຊະຍາກຳສິ່ງແວດລ້ອມສາມາດສ້າງລາຍໄດ້ຢ່າງມະຫາສານຄິດສະເລ່ຍປະມານ 100.000-300.000 ລ້ານໂດລາຕໍ່ປີ ຂະນະທີ່ການຟອກເງິນ ການສໍ້ໂກງ ອາຊະຍາກຳ ການເງິນ ຄວາມຮຸນແຮງ ແລະ ຄາຕະກຳ ລ້ວນກ່ຽວຂ້ອງກັບອາຊະຍາກຳສິ່ງແວດລ້ອມ.

 

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: AFP

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...