spot_img
Homeຂ່າວຕ່າງປະເທດຟອຣບ ຍົກໃຫ້ ເຈ-ຊີ ເປັນແຣັບເປີ້ພັນລ້ານຄົນທຳອິດຂອງໂລກ

ຟອຣບ ຍົກໃຫ້ ເຈ-ຊີ ເປັນແຣັບເປີ້ພັນລ້ານຄົນທຳອິດຂອງໂລກ

Published on

ວາລະສານຊື່ດັງຂອງອາເມຣິກາ “ຟອຣບ” ຈັດອັນດັບໃຫ້ນັກຮ້ອງ (ແຣັບ) ຊື່ດັງນັ້ນກໍຄື ຊໍ ຄາຣເຕີຣ ຫຼື ເຈ-ຊີ ໃນໄວ 49 ປີສາມີຂອງດີວ້າສຽງຊົງພະລັງຊື່ດັງ ບີຢອນເຊ ໃຫ້ເປັນມະຫາເສດຖີພັນລ້ານ (1 ພັນລ້ານໂດລາ) ຄົນທຳອິດຂອງໂລກໃນສາຂາເພງຮິບຮ໋ອບ.

ທັງນີ້ ເຈ-ຊີ ມີຊັບສິນຈາກຜົນງານເພງ ການລົງທຶນເຮັດທຸລະກິດ ແລະ ສະສົມງານສິລະປະລ້ຳຄ່າ ແລະ ອື່ນໆ ລວມມູນຄ່າ 1.000 ລ້ານໂດລາ ທັງນີ້ ຟອຣບ ຍັງລະບຸອີກວ່າ ເຈ-ຊີ ປະສົບຄວາມສຳເລັດຍ້ອນສ້າງການສ້າງຍີ່ຫໍ້ຂອງຕົນ.

ເຈ-ຊີ ມີຊື່ສຽງໂດ່ງດັງມາແຕ່ປີ 1996 ໂດຍອາລະບຳທີ່ມີຊື່ວ່າ ບລູພຣິນ 2544 ໄດ້ຖືກຍົກຍ້ອງ ແລະ ບັນຈຸໃນຫໍທະບຽນບັນທຶກສຽງແຫ່ງຊາດຂອງຫໍສະໝຸດສະພາຄອງເກຣສ ໂດຍເນື້ອໃນຂອງບົດເພງໄດ້ບົ່ງບອກເຖິງວັດທະນະທຳ ປະຫວັດສາດ ແລະ ຄວາມງົດງາມຂອງສິລະປະ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: ໄທຣັດ

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...