spot_img
Homeຂ່າວຕ່າງປະເທດ5 ປະເທດທີ່ຣີໄຊເຄິລຂີ້ເຫຍື້ອດີທີ່ສຸດໃນໂລກ

5 ປະເທດທີ່ຣີໄຊເຄິລຂີ້ເຫຍື້ອດີທີ່ສຸດໃນໂລກ

Published on

ປັດຈຸບັນ ໂຕເລກປະລິມານຂີ້ເຫຍື້ອທົ່ວໂລກເພີ່ມຂຶ້ນຢ່າງມະຫາສານ ຊຶ່ງກາຍເປັນສິ່ງທີ່ທົ່ວໂລກຕ້ອງຫາມາດຕະການຮັບມື ແລະ ແກ້ໄຂຢ່າງຮີບດ່ວນ ຂະນະທີ່ຂີ້ເຫຍື້ອໃນແຕ່ລະປີທີ່ຜະລິດມີຫຼາຍກວ່າປີລະ 2,12 ພັນລ້ານໂຕນທີ່ຖືເປັນໂຕການສ້າງແກ໊ສເຮືອນແກ້ວຢ່າງໜ້ອຍ 5% ຂອງແກ໊ສເຮືອນແກ້ວທັງໝົດ ທັງນີ້ ຄາດຄະເນວ່າໂຕເລກດັ່ງກ່າວຈະເພີ່ມຂຶ້ນເປັນ 3,4 ພັນລ້ານໂຕນພາຍໃນອີກ 30 ປີຂ້າງໜ້າຕາມການຄາດຄະເນຂອງທະນາຄານໂລກ.

ຂະນະທີ່ລັດຖະບານຂອງປະເທດຂະໜາດໃຫຍ່ທົ່ວໂລກກໍໄດ້ເພີ່ມຄວາມພະຍາຍາມໃນການພັດທະນາໂຄງການຣີໄຊເຄິລຂີ້ເຫຍື້ອ ຫຼື ການນຳກັບມາໃຊ້ໃໝ່ຢ່າງຕໍ່ເນື່ອງ ຊຶ່ງໃນປີ 2018 ຜ່ານມາ ບໍລິສັດ ຢູໂນເມຍ ຣີເຊີດ ແອນ ຄອນຊັລຕິງ (Eunomia Research and Consulting) ຊຶ່ງເປັນບໍລິສັດດ້ານສິ່ງແວດລ້ອມໄດ້ຮ່ວມມືກັບສຳນັກງານສິ່ງແວດລ້ອມແຫ່ງເອີຣົບລວບ ລວມຂໍ້ມູນປະເພດີ່ມີອັດຕາການຣີໄຊເຄິລຂີ້ເຫຍື້ອຫຼາຍທີ່ສຸດໃນໂລກ 5 ອັນດັບດັ່ງນີ້.

  1. ເຢຍລະມັນ ນັບຕັ້ງແຕ່ປີ 2016 ເຢຍລະມັນກາຍເປັນປະເທດທີ່ມີອັດຕາການຣີໄຊເຄິລຂີ້ເຫຍື້ອດີທີ່ສຸດໃນໂລກ ຊຶ່ງເມື່ອປີຜ່ານມາເຢຍລະມັນຣີໄຊເຄິລຂີ້ເຫຍື້ອໄດ້ເຖິງ 56,1% ຂອງຂີ້ເຫຍື້ອທັງໝົດທີ່ຜະລິດອອກມາ ໂດຍຈຸດເລີ່ມຕົ້ນຂອງຄວາມສຳເລັດເກີດຂຶ້ນເມື່ອປີ 1996.
  2. ອອສເຕຣຍ ຣີໄຊເຄິລຂີ້ເຫຍື້ອໄດ້ 53,8% ເມື່ອປີ 2018 ຊຶ່ງຖືເປັນປະເທດທີ່ມີກົດໝາຍຫ້າມນຳຂີ້ເຫຍື້ອຫຼາຍປະເພດໄປຖິ້ມໃນຂຸມກຳຈັດຂີ້ເຫຍື້ອ ຫ້າມຖິ້ມຜະລິດຕະພັນໃດກໍຕາມທີ່ມີອັດຕາປ່ອຍສານອິນຊີຄາຣບອນຫຼາຍກວ່າ 5% ທັງນີ້ ອອສເຕຣຍຍັງເປັນປະເທດທີ່ເຊື່ອໝັ້ນໃນເລື່ອງເສດຖະກິດໝຸນວຽນ ແລະ ມີຊື່ສຽງເລື່ອງການສອນໃຫ້ພົນລະເມືອງອາຍຸນ້ອຍເຂົ້າໃຈເຖິງຄວາມສຳຄັນຂອງການຣີໄຊເຄິລຂີ້ເຫຍື້ອທີ່ສຸດຜ່ານສື່ຕ່າງໆ ໃນນັ້ນ ລວມເຖິງກາຕູນ ແລະ ປື້ມຮູບພາບ.
  3. ສ.ເກົາຫຼີ ເປັນປະເທດດຽວທີ່ບໍ່ແມ່ນຊາດໃນທະວີບເອີຣົບທີ່ຕິດ Top 5 ປະເທດຣີໄຊເຄິລຂີ້ເຫຍື້ອດີທີ່ສຸດນໂລກ ທັງນີ້ ສ.ເກົາຫຼີ ຣີໄຊເຄລໄປແລ້ວປະມານ 53,7% ໂດຍອາໄສລະບົບທີ່ບໍລິສັດເອກະຊົນຕ່າງໆຊື້ຂີ້ເຫຍື້ອແລ້ວນຳໄປຂາຍຕໍ່ເພື່ອສ້າງມູນຄ່າເພີ່ມ.
  4. ເວລສ ສາມາດຣີໄຊເຄິລຂີ້ເຫຍື້ອໄດ້ເຖິງ 52,2% ເມື່ອປີ 2018 ທີ່ຜ່ານມາ ໂດຍວິທີການຂອງເວລສແມ່ນລັດຖະບານ ຫຼື ຜູ້ບໍລິຫານຂັ້ນທ້ອງຖິ່ນ ແລະ ວາງລະບົບໃຫ້ປະຊາຊົນ ແລະ ພາກທຸລະກິດທົ່ວປະເທດປະຕິບັດກົດລະບຽບຄ້າຍຄືກັນນັ້ນກໍຄື ຂີ້ເຫຍື້ອປະເພດໃດຣີໄຊເຄິລໄດ້ ແລະ ບໍ່ໄດ້ ທັງນີ້ ເວລສ ຍັງວາງເປົ້າໝາຍທີ່ຊັດເຈນ ໂດຍຕັ້ງເປົ້າທີ່ຈະເພີ່ມອັດຕາການຣີໄຊເຄິລຂີ້ເຫຍື້ອທົ່ວປະເທດໃຫ້ໄດ້ 70% ພາຍໃນປີ 2025 ນອກຈາກນີ້ ລັດຖະບານເວລສກໍກຽມຕັ້ງກອງທຶນມູນຄ່າ 6,5 ລ້ານປອນ (ສະກຸນເງິນອັງກິດ) ເພື່ອກະຕຸ້ນໃຫ້ຜູ້ຜະລິດສິນຄ້າພາຍໃນປະເທດ.
  5. ສະວິດເຊີແລນ ຊຶ່ງມີອັດຕາຣີໄຊເຄິລຂີ້ເຫຍື້ອທີ່ 49,7% ເມື່ອປີ 2018 ໜຶ່ງໃນ ນັ້ນຖືເປັນກຸນແຈສຳຄັນຂອງການພັດທະນາລະບົບດັ່ງກ່າວນັ້ນກໍຄື ນະໂຍບາຍ “ຄົນກໍ່ມົນລະພິດຈ່າຍ” ໂດຍໃຫ້ພາກທຸລະກິດ ຜູ້ຜະລິດ ແລະ ປະຊາຊົນເປັນຄົນ ຕ້ອງເປັນຄົນຈ່າຍຄ່າຂີ້ເຫຍື້ອປະເພດທີ່ບໍ່ສາມາດນຳມາຣີໄຊເຄິລໄດ້ທີ່ເຂົາເຈົ້າຜະລິດຂຶ້ນມາເອງ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: thairath

ບົດຄວາມຫຼ້າສຸດ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...