spot_img
Homeຂ່າວຕ່າງປະເທດຍີ່ປຸ່ນກຽມສະເໜີກົດໝາຍໃໝ່ ຕໍ່ອາຍຸການເຮັດວຽກເຖິງ 70 ປີ

ຍີ່ປຸ່ນກຽມສະເໜີກົດໝາຍໃໝ່ ຕໍ່ອາຍຸການເຮັດວຽກເຖິງ 70 ປີ

Published on

ລັດຖະບານຍີ່ປຸ່ນກຽມສະເໜີໃຫ້ພາກທຸລະກິດຍົກເລີກອາຍຸກະສຽນ ແລະ ເປີດຊ່ອງທາງໃຫ້ບຸກຄົນທົ່ວໄປສາມາດເຮັດວຽກໄດ້ຈົນເຖິງອາຍຸ 70 ປີ ເພື່ອແກ້ໄຂບັນຫາຂາດແຄນແຮງງານ ແລະ ພາລະດ້ານສະຫວັດດີການສັງຄົມ.

ປັດຈຸບັນ ຫຼາຍໆບໍລິສັດໃນຍີ່ປຸ່ນສາມາດໃຫ້ພະນັກງານທີ່ຕ້ອງການເຮັດວຽກຕໍ່ເນື່ອງໄດ້ຈົນເຖິງອາຍຸ 65 ປີ ແຕ່ລັດຖະບານຍີ່ປຸ່ນມີແຜນກຽມຊຸກຍູ້ໂດຍຈະສະເໜີກົດໝາຍໃໝ່ເພື່ອໃຫ້ຂະຫຍາຍອາຍຸກະສຽນຂອງຄົນເຮັດວຽກຈາກ 65 ປີເປັນ 70 ປີ ແລະ ມີທ່າອຽງວ່າຈະເປັນມາດຕະການບັງຄັບທີ່ຕ້ອງປະຕິບັດຕາມ.

ທັງນີ້ ແຜນການຂອງລັດຖະບານຍີ່ປຸ່ນຈະເປີດຊ່ອງທາງໃຫ້ພະນັກງານ ແລະ ຜູ້ບໍລິຫານຕົກລົງຮ່ວມກັນວ່າຈະເຮັດວຽກຕໍ່ໄປຈົນເຖິງອາຍຸເທົ່າໃດ? ຊຶ່ງຫາກທາງບໍລິສັດບໍ່ປະສົງຈະໃຫ້ເຮັດວຽກຕໍ່ພະນັກງານສູງໄວກໍສາມາດໄປເຮັດວຽກຢູ່ບໍລິສັດອື່ນໄດ້ ຂະນະທີ່ ທ່ານ ຊິນໂຊ ອາເບະ ນາຍົກລັດຖະມົນຕີຂອງຍີ່ປຸ່ນກໍໄດ້ກ່າວວ່າ ຕົນເອງຄາດຫວັງໄວ້ວ່າຜູ້ອາຍຸສູງເຫຼົ່ານີ້ຈະນຳໃຊ້ຄວາມຮູ້ ແລະ ປະສົບການເພື່ອໃຫ້ເກີດປະໂຫຍດສູງທຸດທັງຕໍ່ຕົນເອງ ແລະ ສ່ວນລວມ.

ຂະນະທີ່ພາວະຂາດແຄນແຮງງານ ແລະ ງົບປະມານດ້ານສະຫວັດດີການສັງຄົມທີ່ພວມຫຼຸດລົງໄດ້ເຮັດໃຫ້ຜູ້ອາຍຸສູງຈຳນວນຫຼາຍໃນຍີ່ປຸ່ນກັບມາເຮັດວຽກໃນຊ່ວງອາຍຸສູງ ແຕ່ກໍມີຫຼາຍບໍລິສັດທີ່ບໍ່ຕ້ອງການຈ່າຍຄ່າແຮງງານທີ່ເພີ່ມຂຶ້ນຕາມອາຍຸການເຮັດວຽກ ຊຶ່ງວຽກສ່ວນໃຫຍ່ທີ່ຜູ້ອາຍຸສູງເຮັດຈຶ່ງຖືເປັນວຽກທີ່ໄດ້ຄ່າຕອບແທນບໍ່ສູງເຊັ່ນ ຮັກສາຄວາມປອດໄພ ດູແລສະຖານທີ່ພັກອາໄສ ຫຼື ພະນັກງານບໍລິການໃນຮ້ານຕ່າງໆ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: mgronline.com

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...