spot_img
Homeຂ່າວຕ່າງປະເທດຈີນຄຸມເຂັ້ມການນຳເຂົ້າຊີ້ນໝູຈາກການາດາ

ຈີນຄຸມເຂັ້ມການນຳເຂົ້າຊີ້ນໝູຈາກການາດາ

Published on

ກະຊວງກະສິກຳຂອງການາດາໄດ້ອອກມາຖະແຫຼງເມື່ອວັນທີ 5 ມິຖຸນາວ່າ ເຈົ້າໜ້າທີ່ຂອງ ສປ ຈີນ ໄດ້ເພີ່ມມາດຕະການກວດສອບຊີ້ນໝູທີ່ນຳເຂົ້າຈາກການາດາ ຂະນະທີ່ທັງສອງປະເທດກຳລັງມີຂໍ້ຂັດແຍ່ງທາງການທູດ ຫຼັງຈາກເມື່ອຕົ້ນປີຜ່ານມາ ສປ ຈີນ ໄດ້ສັ່ງຫ້າມນຳເຂົ້ານ້ຳຄາໂນລາຊຶ່ງເປັນສິນຄ້າສົ່ງອອກທີ່ສຳຄັນຂອງການາດາ.

ທ່ານ ນາງ ມາຣີ ຄລ໊ອດ ບີໂບ ລັດຖະມົນຕີກະຊວງກະສິກຳຂອງການາດາໄດ້ຖະແຫຼງວ່າ ທາງການຈີນໄດ້ໃຫ້ເຫດຜົນສຳລັບການກວດສອບການນຳເຂົ້າຊີ້ນໝູຈາກການາດາວ່າ ຈຳເປັນຕ້ອງເຮັດແບບນີ້ເນື່ອງຈາກເປັນຫ່ວງເລື່ອງພະຍາດອະຫິວາໝູອາຟຣິກາທີ່ພວມລະບາດ ຂະນະທີ່ການາດາກໍບໍ່ເຄີຍພົບການລະບາດຂອງໄວຣັສຊະນິດນີ້ໃນປະເທດ ຊຶ່ງຂະບວນການຜະລິດຂອງຊາວກະສິກຳ (ລ້ຽງໝູ) ໃນການາດາແມ່ນຜ່ານການກວດສອບຈາກອົງກອນລະດັບໂລກ ດັ່ງນັ້ນ ຈິ່ງໝັ້ນໃຈໄດ້ວ່າໝູຈາກການາດາມີຄວາມປອດໄພໄດ້ມາດຕະຖານ ທ່ານ ນາງ ມາຣີ ກ່າວ.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ 

ຮູບພາບ:Gallery tna.mcot.net

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...