spot_img
Homeຂ່າວຕ່າງປະເທດບັງເອີນຊວຍ!

ບັງເອີນຊວຍ!

Published on

ຖືເປັນຄວາມໂຊກດີຂອງເຈົ້າໜ້າທີ່ຕຳຫຼວດ ແຕ່ກໍກາຍເປັນໂຊກຮ້າຍຂອງຊາຍໜຸ່ມຄົນໜຶ່ງ ທີ່ເຂົ້າມາໃຫ້ເຈົ້າໜ້າທີ່ຕຳຫຼວດຈັບເຖິງທີ່ໂດຍບໍ່ຕ້ອງອອກແຮງຫຍັງເລີຍ!.

ເຫດການນີ້ເກີດຂຶ້ນຢູ່ທີ່ສະຖານີຕຳຫຼວດເມືອງແຮັກເກັດສທາວ ລັດນິວເຈີຣຊີ ອາເມຣິກາ ເມື່ອຕຳຫຼວດສາຍກວດສາມາດຈັບແມຍິງຄົນໜຶ່ງທີ່ມີຊື່ວ່າ ມໍຣແກນ ໂດແຣນ ອາຍຸ 21 ປີໃນຂໍ້ຫາ “ເມົາແລ້ວຂັບ” ແລ້ວກໍໄດ້ພາຜູ້ກ່ຽວກັບມາສະຖານີຕຳຫຼວດ.

ພາຍຫຼັງທີ່ເຈົ້າໜ້າທີ່ສືບສວນ ແລະ ລົງບັນທຶກປະຈຳວັນແລ້ວ ນາງ ມໍຣແກນ ກໍໄດ້ໂທລະສັບຫາ ທ້າວ ເຊບາສຕຽນ ຣີ ອາຍຸ 24 ປີ (ໝູ່ຂອງນາງ) ມາຮັບນາງທີ່ສະຖານີຕຳຫຼວດ ແຕ່ປາກົດວ່າ ເຊບາສຕຽນ ກໍຖືກເຈົ້າໜ້າທີ່ກັກຕົວ ແລະ ດຳເນີນຄະດີໃນຂໍ້ຫາ ດຽວກັນກັບ ມໍຣແກນ ນັ້ນກໍຄື “ເມົາແລ້ວຂັບ” ໂດຍບໍ່ທັນຕັ້ງໂຕ ພາຍຫຼັງທີ່ເຈົ້າໜ້າທີ່ໄດ້ກິ່ນທາດເຫຼົ້າຈາກ ເຊບາສຕຽນ ສຸດທ້າຍ ທັງສອງສ່ຽວກໍຕ້ອງໂທລະສັບໄປຫາໝູ່ອີກຄົນໜຶ່ງເພື່ອມາຮັບເຂົາເຈົ້າຢູ່ທີ່ສະຖານີຕຳຫຼວດ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: AFP

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...