spot_img
Homeຂ່າວຕ່າງປະເທດເກີດເຫດບຸກຍິງໃນລັດເວີຈິເນຍ ເສຍຊີວິດ 12 ລາຍ

ເກີດເຫດບຸກຍິງໃນລັດເວີຈິເນຍ ເສຍຊີວິດ 12 ລາຍ

Published on

ລູກຈ້າງເກີດຄວາມຄັບແຄ້ນແໜ້ນໃຈທີ່ຖືກໄລ່ອອກຈາກວຽກ ຈຶ່ງກໍ່ເຫດຢ່າງໂຫດຮ້າຍດ້ວຍການຍິງອະດີດເພື່ອນຮ່ວມງານໃນສະຖານທີ່ລາຊະການໃນລັດເວີຈິເນຍ ສົ່ງຜົນໃຫ້ມີຄົນເສຍຊີວິດແລ້ວຢ່າງໜ້ອຍ 12 ລາຍ ແລະ ບາດເຈັບ 13 ຄົນ ໜຶ່ງໃນນັ້ນ ແມ່ນເຈົ້າໜ້າທີ່ຕຳຫຼວດ ຂະນະທີ່ຜູ້ກໍ່ເຫດໄດ້ປິດຊີວິດຕົນເອງພາຍຫຼັງກໍ່ເຫດ.

ເຫດການດັ່ງກ່າວຖືເປັນເຫດການທີ່ສະເທືອນຂວັນອີກເຫດການໜຶ່ງຊຶ່ງເກີດຂຶ້ນຢູ່ທີ່ສະຖາທີ່ລາຊະການລັດຖະບານອາເມຣິກາໃນເມືອງເວີຈິເນຍບິຊ ລັດເວີຈິເນຍ ທັງນີ້ ມືປືນທີ່ກໍ່ເຫດຢ່າງອົງອາດໃນຄັ້ງນີ້ເຄີຍເປັນລູກຈ້າງທີ່ເຮັດວຽກມາຫຼາຍປີ ແຕ່ກໍເກີດຄວາມຄັບແຄ້ນແໜ້ນໃຈເມື່ອມີລາຍງານວ່າຕົນເອງຖືກປົດ ແລະ ຖືກໄລ່ອອກຈາກບ່ອນເຮັດວຽກ.

ຂະນະທີ່ເພື່ອນຮ່ວມງານທີ່ລອດຊີວິດຈາກເຫດການດັ່ງກ່າວໄດ້ເປີດເຜີຍວ່າ ມືປືນໄດ້ກາດຍິງຢ່າງໂຫດຮ້າຍ ໂດຍໄລ່ຍິງໃສ່ພະນັກ ງານໃນແຕ່ລະຊັ້ນໃນຊ່ວງເວລາ 16:00 ໂມງ (ຕາມເວລາທ້ອງຖິ່ນ) ຂອງວັນທີ 31 ພຶດສະພາຜ່ານມາ ທັງນີ້ ພາຍຫຼັງທີ່ເຈົ້າ ໜ້າທີ່ໄດ້ຮັບແຈ້ງເຫດຮ້າຍກໍໄດ້ລະດົມເຈົ້າໜ້າທີ່ບຸກເຂົ້າຄວບຄຸມສະຖານະການ ແລະ ເຫດການກໍສະຫງົບລົງເມື່ອມືປືນໄດ້ປິດຊີບຕົນເອງ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: ໄທຣັດ

ບົດຄວາມຫຼ້າສຸດ

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...