spot_img
Homeຂ່າວຕ່າງປະເທດເຫດເກີດຈາກຄວາມຢາກຮູ້ຢາກເຫັນແທ້ໆ!

ເຫດເກີດຈາກຄວາມຢາກຮູ້ຢາກເຫັນແທ້ໆ!

Published on

ສຳນັກຂ່າວຕ່າງປະເທດລາຍງານເມື່ອທ້າຍເດືອນພຶດສະພາຜ່ານມາວ່າ ເຈົ້າໜ້າທີ່ຕຳຫຼວດ ແລະ ພະນັກງານດຳເພີງໄດ້ເຂົ້າຊ່ວຍເຫຼືອຍິງສາວຊາວໂກລຳບີໄວກາງຄົນຊາວໂກລຳບີ ເນື່ອງຈາກຫົວຂອງນາງຕິດຢູ່ກັບປະຕູເຫຼັກດົນເຖິງ 5 ຊົ່ວໂມງ.

ທັງນີ້ ແມ່ຍິງຄົນນີ້ເປັນຊາວເມືອງລາ ເວີຣຈິເນຍ ໃນໂກລຳບີ ຕ້ອງອັບອາຍຢ່າງໜັກ ພາຍຫຼັງທີ່ຖືກເຜີຍແຜ່ພາບທີ່ນາງກຳລັງຕິດຢູ່ກັບປະຕູເຫຼັກຂອງເພື່ອນບ້ານ ຊຶ່ງສາເຫດກໍເນື່ອງມາຈາກຄວາມຢາກຮູ້ຢາກເຫັນຢາກຟັງເລື່ອງລາວຂອງເພື່ອນບ້ານທີ່ກຳລັງສົນທະ ນາຊຸບຊິບກັນ.

ຂະນະທີ່ການຊ່ວຍເຫຼືອກໍເຕັມໄປດ້ວຍຄວາມຍາກລຳບາກ ເນື່ອງຈາກເຈົ້າໜ້າທີ່ ແລະ ພະນັກງານດັບເພີງຕ້ອງໃຊ້ສະມາທິຢ່າງສູງ ເພາະສະພາບທີ່ເຫັນຖືເປັນເລື່ອງທີ່ໜ້າອາຍ ແລະ ເປັນເລື່ອງທີ່ຕະຫຼົກ ຫຼັງຈາກນັ້ນບໍ່ດົນເຈົ້າໜ້າທີ່ກໍສາມາດຊ່ວຍເອົາຫົວຂອງຜູ້ເຄາະຮ້າຍຈາກການສອດຮູ້ສອດເຫັນອອກຈາກປະຕູເຫຼັກຢ່າງປອດໄພ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: Facebook Radio LaRoca FM103.9

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...