spot_img
Homeຂ່າວພາຍ​ໃນສະໜາມບິນສາກົນວັດໄຕປະກາດເປັນສະໜາມບິນປອດຄວັນຢາສູບ

ສະໜາມບິນສາກົນວັດໄຕປະກາດເປັນສະໜາມບິນປອດຄວັນຢາສູບ

Published on

ໃນວັນທີ 31 ພຶດສະພາ 2019 ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ກະຊວງສາທາລະນະສຸກຮ່ວມກັບສະມາພັນຄວບຄຸມຢາສູບແຫ່ງອາຊຽນ ກະຊວງໂຍທາທິການ ແລະ ຂົນສົ່ງ ລວມທັງອົງການອະນາໄມໂລກ ໄດ້ຈັດງານສະເຫຼີມສະຫຼອງວັນງົດສູບຢາໂລກພາຍໃຕ້ຄຳຂວັນ ການສູບຢາພາໃຫ້ເປັນພະຍາດປອດ ແລະ ທັງເປັນການປະກາດຫ້າມສູບຢາພາຍໃນອາຄານທັງໝົດຂອງສະໜາມບິນສາກົນວັດໄຕ ແລະ ທຸກສະໜາມບິນໃນ ສປປ ລາວ ໃຫ້ເປັນສະໜາມບິນປອດຄວັນຢາສູບ ເພື່ອປົກປ້ອງສຸຂະພາບຂອງບັນດາພະນັກງານ ເຈົ້າໜ້າທີ່ ຜູ້ທີ່ເຂົ້າມາຢ້ຽມຢາມ ແລະ ຜູ້ໂດຍສານຈາກອັນຕະລາຍຂອງການໄດ້ຮັບຄວັນຢາສູບມືສອງ ທັງເປັນການສ້າງສະພາບແວດລ້ອມທີ່ສົດໃສ ແລະ ການສ້າງຄວາມປອດໄພໃຫ້ແກ່ສະໜາມບິນຂອງ ສປປ ລາວ.

ທ່ານ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ກ່າວວ່າ ສະໜາມບິນສາກົນວັດໄຕໄດ້ປິດຫ້ອງສູບຢາທີ່ຢູ່ພາຍໃນອາຄານທັງພາຍໃນ ແລະ ຕ່າງປະເທດນັບແຕ່ວັນທີ 20 ພຶດສະພາ 2019 ຜ່ານມາ ແລະ ໃຫ້ຜູ້ສູບຢາທັງໝົດ ລວມທັງພະນັກງານ-ເຈົ້າໜ້າທີ່ສະໜາມບິນຜູ້ໂດຍສານ ແລະ ບຸກຄົນອື່ນໆໄປສູບຢາຢູ່ບ່ອນທີ່ອະນຸຍາດໃຫ້ສູບຢາທີ່ທາງສະໜາມບິນໄດ້ຈັດໄວ້ ຊຶ່ງມີປ້າຍບອກຢ່າງຈະແຈ້ງ ນອກນີ້ ຍັງບໍ່ອະນຸຍາດໃຫ້ສູບຢາຢູ່ໃກ້ອາຄານຕ່າງໆ ໂດຍສະເພາະທາງເຂົ້າ-ອອກ ແລະ ທາງຍ່າງດ້ານໜ້າອາຄານສະໜາມບິນ ສຳລັບຜູ້ທີ່ລະເມີດຈະຖືກກ່າວເຕືອນ ເມື່ອໄດ້ທຳຜິດເທື່ອທຳອິດ ແລະ ຈະຖືກປັບໄໝ 200.000 ກີບ ສຳລັບການລະເມີດເທື່ອທີສອງ ຊຶ່ງຜູ້ທີ່ກະທຳຜິດຊ້ຳໆຈະຖືກປັບໄໝຄັ້ງລະ 400.000 ກີບ.

ທ່ານ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກກ່າວວ່າ ການປະກາດໃຫ້ເປັນສະໜາມບິນສາກົນວັດໄຕປອດຄວັນຢາສູບນີ້ເປັນແຫ່ງທຳອິດຂອງ ສປປ ລາວ ແລະ ເປັນປະເທດທີ 3 ຂອງອາຊຽນຖັດຈາກປະເທດ ບຣູໄນ ແລະ ໄທ ຈາກການສຳຫຼວດແຫ່ງຊາດກ່ຽວກັບການສູບຢາຂອງຜູ້ໃຫຍ່ໃນປີ 2015 ພົບວ່າ ການໄດ້ຮັບຄວັນຢາສູບພາຍໃນສະຖານທີ່ສາທາລະນະຍັງສູງ ໂດຍສະເພາະການໄດ້ຮັບຄວັນຢາສູບພາຍໃນອາຄານບ່ອນເຮັດວຽກສູງເຖິງ 63% ດັ່ງນັ້ນ ຈິ່ງຮຽກຮ້ອງໃຫ້ທຸກຄົນຕ້ອງເພີ່ມທະວີການມີສ່ວນຮ່ວມ ແລະ ເປັນເຈົ້າການໃນການປົກປ້ອງສຸຂະພາບຕົນເອງ ແລະ ຄົນອ້ອມຂ້າງຈາກຄວັນຢາສູບ ແລະ ໃຫ້ຜູ້ສູບຢາມາສູບຢູ່ບ່ອນອະນຸຍາດສູບຢາເທົ່ານັ້ນ.

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...