Homeຂ່າວຕ່າງປະເທດພົບຂີ້ເຫຍື້ອປະເພດຢາຕ້ານເຊື້ອໃນແມ່ນ້ຳຫຼາຍແຫ່ງທົ່ວໂລກ

ພົບຂີ້ເຫຍື້ອປະເພດຢາຕ້ານເຊື້ອໃນແມ່ນ້ຳຫຼາຍແຫ່ງທົ່ວໂລກ

Published on

ກຸ່ມນັກວິທະຍາສາດໄດ້ເປີດເຜີຍເມື່ອວັນທີ 27 ພຶດສະພາຜ່ານມາ ຊຶ່ງໄດ້ລາຍງານໃນທີ່ປະຊຸມນັກວິທະຍາດ້ານສິ່ງແວດລ້ອມທີ່ນະຄອນເຮລຊິງກິ ປະເທດຟິນແລນທີ່ລະບຸວ່າ ຈາກການເກັບຕົວຢ່າງນ້ຳໃນແມ່ນ້ຳໃນ 72 ປະເທດທົ່ວໂລກພົບວ່າເຕັມໄປດ້ວຍມົນລະພິດຈາກຢາຕ້ານເຊື້ອທີ່ສູງເກີນມາດຕະຖານຄວາມປອດໄພດ້ານສິ່ງແວດລ້ອມເຖິງ 300 ເທົ່າ.

ທັງນີ້ ແມ່ນ້ຳແຫ່ງໜຶ່ງທີ່ປະເທດບັງກະດາເດັດພົບວ່າມີເມໂທຣດິນາໂຊລທີ່ເປັນຢາຂ້າເຊື້ອແບັກທີເຣຍ ຊຶ່ງບໍ່ພຽງແຕ່ຈະສົ່ງຜົນກະທົບຕໍ່ສັດປ່າເທົ່ານັ້ນ ແຕ່ຍັງສ້າງບັນຫາການດື້ຢາອີກດ້ວຍ ຊຶ່ງອົງການອະນາໄມໂລກ (WHO) ໄດ້ອອກມາເຕືອນວ່າ ຢາຂ້າເຊື້ອທີ່ຍັງມີປະສິດທິພາບກຳລັງຈະໝົດໄປຈາກໂລກໃນໄວໆນີ້ ດັ່ງນັ້ນ ຈິ່ງຮຽກຮ້ອງໃຫ້ອຸດສາຫະກຳ ແລະ ລັດຖະບານໃນປະເທດທົ່ວໂລກຮີບເລັ່ງພັດທະນາຢາຂ້າເຊື້ອຊະນິດໃໝ່ໂດຍໄວ.

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: thairath

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...