spot_img
Homeຂ່າວພາຍ​ໃນສ້າງຄວາມເຂັ້ມແຂງໃຫ້ພະນັກງານໃນການປົກປ້ອງ ແລະ ການສືບສວນການຄ້າມະນຸດ

ສ້າງຄວາມເຂັ້ມແຂງໃຫ້ພະນັກງານໃນການປົກປ້ອງ ແລະ ການສືບສວນການຄ້າມະນຸດ

Published on

ສ້າງຄວາມເຂັ້ມແຂງ ແລະ ເຂົ້າໃຈດ້ານກົດໝາຍທີ່ກ່ຽວຂ້ອງ ແລະ ການມີສ່ວນຮ່ວມໃນຂະບວນການຍຸຕິທໍາ ການຕ້ານການຄ້າມະນຸດດ້ານແຮງງານໃຫ້ແກ່ພະນັກງານຂະແໜງແຮງງານ ເຈົ້າໜ້າທີ່ຕໍາຫຼວດສະກັດກັ້ນ ການຕ້ານການຄ້າມະນຸດ ໃນການປົກ ປ້ອງ ແລະ ການສືບສວນການຄ້າມະນຸດ ແລະ ການປັບປຸງການປະສານງານຮ່ວມກັບຜູ້ບັງຄັບໃຊ້ກົດໝາຍອາຍາໃນອາຊຽນ.

ໂດຍການ​ເປັນ​ປະທານ​ຂອງ ທ່ານ ພົງໄຊສັກ ອິນຖາລາດ ຫົວໜ້າກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທັງເປັນຫົວໜ້າໜ່ວຍງານເຈົ້າໜ້າທີ່ອາວຸໂສແຮງງານອາຊຽນຂອງ ສປປ ລາວ ​ໂດຍໄດ້ຮັບການສະໜັບສະໜູນດ້ານງົບປະມານຈາກລັດຖະບານອົດສະຕຣາລີຜ່ານມູນນິທິກອງທຶນອາຊີ  ​ແລະ ໄດ້ຮັບການສະໜັບສະໜູນດ້ານວິຊາການຈາກອົງການແຮງງານສາກົນ ໜ່ວຍງານສະກັດກັ້ນການຕ້ານການຄ້າມະນຸດອົດສະຕຣາລີ ອາຊຽນ ແລະ ກອງເລຂາອາຊຽນ ກອງປະຊຸມດັ່ງກ່າວຈັດ​ຂຶ້ນລະຫວ່າງວັນທີ 27-28 ພຶດສະພາ 2019 ທີ່ນະຄອນຫຼວງພຣະບາງ ສປປ ລາວ​.

ກອງປະຊຸມຄັ້ງນີ້ແມ່ນ ສປປ ລາວ ເປັນເຈົ້າພາບພາຍໃຕ້ແຜນງານຄະນະກຳມະການປົກປ້ອງ ແລະ ສົ່ງເສີມສິດທິແຮງງານເຄື່ອນຍ້າຍອາຊຽນ (ACMW) ໄລຍະແຕ່ປີ 2016-2020 ໂດຍມີຈຸດປະສົງ​ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈດ້ານກົດໝາຍທີ່ກ່ຽວ ຂ້ອງ ແລະ ການມີສ່ວນຮ່ວມໃນຂະບວນການຍຸຕິທໍາ ການຕ້ານການຄ້າມະນຸດດ້ານແຮງງານ ສ້າງຄວາມເຂັ້ມແຂງໃຫ້ເຈົ້າໜ້າທີ່ ກວດກາແຮງງານໃນການປົກປ້ອງ ແລະ ສືບສວນການລະເມີດສິດທິດ້ານແຮງງານ ແລະ ອໍານວຍຄວາມສະດວກການປະສານງານ ແລະ ການຮ່ວມມືໃຫ້ມີປະສິດທິພາບຍິ່ງຂຶ້ນ ທັງໃຫ້ເຂົາເຈົ້າໄດ້ເຂົ້າໃຈເຖິງນິຍາມຂອງສາກົນ ແລະ ພາກພື້ນກ່ຽວກັບແຮງງານຖືກບັງຄັບ ແລະ ການຄ້າມະນຸດ ເພື່ອກໍານົດຂໍ້ແນະນໍາກ່ຽວກັບການປະສານງານ ແລະ ການຮ່ວມມືລະຫວ່າງໜ່ວຍງານກວດກາແຮງງານ ໜ່ວຍງານສ້າງລະບຽບການຄຸ້ມຄອງ ບໍສິສັດຈັດຫາງານ ແລະ ໜ່ວຍງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ.

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...