ຄະນະຜູ້ບໍລິຫານລະດັບສູງ 7 ທ່ານຂອງ “ແອມເນສຕີ ອິນເຕີເນເຊິນແນວ” ຊຶ່ງເປັນສຳນັກງານໃຫຍ່ໃນນະຄອນລອນດອນກຽມອອກຈາກຕຳແໜ່ງພາຍໃນທ້າຍເດືອນຕຸລາທີ່ຈະມາເຖິງນີ້ ພາຍຫຼັງຜົນການກວດສອບຈາກບໍລິສັດປະເມີນພົບວ່າ ອົງກອນແຫ່ງນີ້ມີວັດທະນະທຳການເຮັດວຽກທີ່ “ເປັນພິດ”.
ລາຍງານຂ່າວຈາກນະຄອນລອນດອນ ປະເທດອັງກິດເມື່ອວັນທີ 29 ພຶດສະພາໃຫ້ຮູ້ວ່າ ອົງການນິລະໂທດສະກຳສາກົນ ແອມເນສຕີ ອິນເຕີເນເຊິນແນວອອກຖະແຫຼງການເມື່ອວັນທີ 28 ພຶດສະພາຜ່ານມາວ່າ ຄະນະຜູ້ບໍລິຫານອາວຸໂສ 7 ທ່ານຂອງແອມເນສຕີ ລວມເຖິງ ທ່ານ ກູມິ ໄນດູ ໄດ້ຍື່ນໜັງສືລາອອກຈາກຕຳແໜ່ງ ຊຶ່ງຈະມີຜົນໃນທ້າຍເດືອນຕຸລາ 2019 ນີ້ ໂດຍເຈົ້າໜ້າທີ່ອາວຸໂສ ຫຼື ຕຳແໜ່ງສູງຂອງແອມເນສຕີອີກ 5 ທ່ານທັງໃນສຳນັກງານໃຫຍ່ທີ່ນະຄອນລອນດອນ ແລະ ນະຄອນເຈນີວາ ກໍໄດ້ລາອອກຈາກຕຳແໜ່ງແລ້ວ ຊຶ່ງເປັນຜົນມາຈາກຂະບວນການກວດສອບພາຍໃນອົງກອນທີ່ຖືກກວດສອບໂດຍບໍລິສັດ ຄອນເທຣຣາ ກຣຸບ ທີ່ໄດ້ເຂົ້າມາກວດສອບ ແລະ ປະເມີນສະພາບແວດລ້ອມການເຮັດວຽກ.
ທັງນີ້ ການຕັດສິນໃຈຂອງ ໄນດູ ໃນການກວດສອບໂດຍອົງກອນກາງພາຍມີຂຶ້ນພາຍຫຼັງ ທີ່ມີພະນັກງານໄວ 65 ປີເສຍຊີວິດທີ່ສຳນັກງານຂອງແອມເນສຕີສາຂານະຄອນຫຼວງປາຣີ ພ້ອມຈົດໝາຍລະບຸສາເຫດການຈົບຊີວິດໃນຄັ້ງນີ້ວ່າ ເກີດຈາກຄວາມຄຽດໃນການເຮັດວຽກ ຊຶ່ງຫຼັງຈາກເຫດການດັ່ງກ່າວພຽງ 6 ເດືອນ ກໍມີພະນັກງານສັນຍາຈ້າງຊາວອັງກິດອາຍຸ 28 ປີຊຶ່ງປະຈຳການຢູ່ທີ່ສຳນັກງານໃນນະຄອນເຈນີວາກໍໄດ້ຈົບຊີວິດຕົນເອງທີ່ເຮືອນພັກຂອງນາງ ຢ່າງໃດກໍຕາມ ຄອນເທຣຣາ ກຣຸບ ກໍໄດ້ກວດສອບ ແລະ ວິເຄາະປັດໄຈອື່ນໆ ຕື່ມກ່ອນທີ່ຈະສະຫຼຸບວ່າ ແອມເນສຕີ ເປັນອົງກອນທີ່ສ້າງຄວາມຄຽດ ແລະ ແຮງກົດດັນໃຫ້ພະນັກງານໃນລະດັບທີ່ບໍ່ສາມາດຮັບໄດ້ ນອກນີ້ ຍັງມີການເລືອກປະຕິບັດ ແລະ ຄວາມບໍ່ໄວ້ວາງໃຈກັນເອງພາຍໃນອົງກອນ ດັ່ງນັ້ນ ວັດທະ ນະທຳການເຮັດວຽກຂອງແອມເນສຕີຈິ່ງຖືວ່າ “ເປັນພິດ”.
ຂະນະທີ່ສື່ທ້ອງຖິ່ນຂອງອັງກິດກໍໄດ້ລາຍງານວ່າ ການພົ້ນຈາກຕຳແໜ່ງຂອງຄະນະຜູ້ບໍລິຫານໄດ້ສ້າງຄວາມບໍ່ພໍໃຈໃຫ້ແກ່ພະນັກ ງານຈຳນວນບໍ່ໜ້ອຍ ຊຶ່ງລະບຸວ່າກຸ່ມຄົນເຫຼົ່ານີ້ຈະໄດ້ຮັບຄ່າຊົດເຊີຍມະຫາສານຕ່າງຈາກການປົດພະນັກງານບາງຄົນອອກຈາກຕຳແໜ່ງເພາະວິກິດພາຍໃນອົງກອນ.
ຮຽບຮຽງ: ສະຫະລັດ ວອນທິວົງໄຊ
ຮູບພາບ: Getty Images