spot_img
Homeຂ່າວຕ່າງປະເທດມະຫາເສດຖີອັນດັບ 2 ຂອງຮົງກົງອຳລາວົງການທຸລະກິດ

ມະຫາເສດຖີອັນດັບ 2 ຂອງຮົງກົງອຳລາວົງການທຸລະກິດ

Published on

ທ່ານ ລີ ເຊົາ ກີ ມະຫາເສດຖີອັນດັບ 2 ຂອງຮົງກົງປະກາດລາອອກຈາກຕຳແໜ່ງປະທານບໍລິສັດ ເຮນເດີຣສັນ ແລນ ດີເວລລົບເມັນ ຊຶ່ງທ່ານ ລີ ຖືກຈັດໃຫ້ເປັນໜຶ່ງໃນມະຫາເສດຖີໃໃນຂົງເຂດບໍລິຫານພິເສດຂອງ ສປ ຈີນ ທີ່ວາງມືຈາກທຸລະກິດ ແລະ ຖ່າຍ ໂອນໃຫ້ລຸ້ນສືບທອດບໍລິຫານຕໍ່.

ສຳນັກຂ່າວຕ່າງປະເທດລາຍງານຈາກເຂດບໍລິຫານພິເສດຮົງກົງ ສປ ຈີນ ເມື່ອວັນທີ 28 ພຶດສະພາຜ່ານມາວ່າ ທ່ານ ລີ ເຊົາ ກີ ໃນໄວ 90 ປີ ຊຶ່ງສ້າງຖານະຮັ່ງມີຈາກທຸລະກິດຫຼັກດ້ານອະສັງຫາລິມະຊັບ ມີຊັບສິນສຸດທິຕາມການປະເມີນຂອງວາລະສານຟອຣບຢູ່ທີ່ 30.000 ລ້ານໂດລາ ຖືກຈັດເປັນບຸກຄົນຮັ່ງມີອັນດັບ 2 ຂອງຮົງກົງຮອງຈາກ ທ່ານ ລີ ກາ ຊິງ ຊຶ່ງມີຊັບສິນຢູ່ທີ່ 32.800 ລ້ານໂດລາ.

ໂດຍຖະແຫຼງການຂອງບໍລິສັດ ເຮນເດີຣສັນ ໃຫ້ຮູ້ວ່າ ທ່ານ ລີ ຈະວາງມືຈາກທຸລະກິດຢ່າງເປັນທາງການພາຍຫຼັງການປະຊຸມໃຫຍ່ປະຈຳປີຄັ້ງສຸດທ້າຍເມື່ອວັນທີ 28 ພຶດສະພາຜ່ານມາ ທັງນີ້ ທ່ານ ລີ ຈະສົ່ງມອບທຸລະກິດໃຫ້ຢູ່ໃນການດູແລຂອງລູກຊາຍ 2 ຄົນຄື ປີເຕີ ແລະ ມາຣຕິນ ຊຶ່ງຈະດຳລົງຕຳແໜ່ງປະທານ ແລະ ຜູ້ຈັດການຮ່ວມຂອງບໍລິສັດ.

ຂະນະທີ່ການສຳຫຼວດເມືອງມະຫາເສດຖີໂລກ 2019 Billionaire Census ໂດຍບໍລິສັດ Wealth-X  ພົບວ່າ ໃນ 2019 ມະຫານະຄອນນິວຢອກຂອງອາເມຣິກາມີມະຫາເສດຖີອາໄສຢູ່ຫຼາຍທີ່ສຸດ 105 ຄົນ ຕາມມາດ້ວຍຮົງກົງມີ 87 ຄົນ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: AFP

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...