Homeຂ່າວຕ່າງປະເທດເຟສເອັກຂໍໂທດຮົວເຫວີຍ ກໍລະນີປ່ຽນເສັ້ນທາງສົ່ງວັດສະດຸ

ເຟສເອັກຂໍໂທດຮົວເຫວີຍ ກໍລະນີປ່ຽນເສັ້ນທາງສົ່ງວັດສະດຸ

Published on

ບໍລິສັດເຟສເອັກຂອງອາເມຣິກາອອກມາຂໍໂທດບໍລິສັດຮົວເຫວີຍຂອງ ສປ ຈີນ ຈາກກໍລະນີທີ່ມີການປ່ຽນເສັ້ນທາງການສົ່ງວັດສະດຸ ແລະ ຢືນຢັນວ່າບໍ່ມີບຸກຄົນທີສາມກ່ຽວຂ້ອງກັບເລື່ອງນີ້ແນ່ນອນ ຂະນະທີ່ສຳນັກຂ່າວຊິນຫົວລາຍງານວ່າ ລັດຖະບານປັກກິ່ງພວມພິຈາລະນາຈຳກັດການສົ່ງອອກແຮ່ຫາຍາກໃຫ້ແກ່ອາເມຣິກາ.

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 29 ພຶດສະພາວ່າ ບໍລິສັດເຟສເອັກ ຜູ້ໃຫ້ບໍລິການດ້ານການຂົນສົ່ງ ແລະ ຈັດສົ່ງວັດສະດຸລະຫວ່າງປະເທດລາຍໃຫຍ່ຂອງອາເມຣິກາໄດ້ອອກມາຖະແຫຼງຂ່າວເມື່ອວັນທີ 28 ພຶດສະພາຜ່ານມາເປັນພາສາຈີນ ແລະ ເຜີຍ ແຜ່ເທິງບັນຊີເວີຍປໍ ຊຶ່ງມີໃຈຄວາມສຳຄັນວ່າ ເຟສເອັກຂໍອະໄພຢ່າງສູງໄປຍັງບໍລິສັດຮົວເຫວີຍໃນກໍລະນີຄວາມຜິດພາດໃນການຈັດສົ່ງວັດສະດຸທັງ 4 ຫໍ່ຂອງບໍລິສັດທີ່ຂົນສົ່ງຜິດເສັ້ນທາງ ແລະ ຂໍຢືນຢັນວ່າເຟສເອັກພວມເລັ່ງດຳເນີນການຈັດສົ່ງວັດສະດຸທັງ 4 ຫໍ່ໄປຍັງປາຍທາງທີ່ຖືກຕ້ອງແລ້ວ ພ້ອມທັງຢືນຢັນອີກວ່າ ກໍລະນີດັ່ງກ່າວປັດສະຈາກບຸກຄົນທີສາມເຂົ້າມາກ່ຽວຂ້ອງໃນເລື່ອງນີ້.

ທັງນີ້ ຄວາມເຄື່ອນໄຫວດ່ັງກ່າວຂອງເຟສເອັກເກີດຂຶ້ນພາຍຫຼັງບໍລິສັດຮົວເຫວີຍປະຈຳພາກພື້ນອາເມຣິກາອອກຖະແຫຼງການທົບທວນຄວາມຮ່ວມມືທາງທຸລະກິດ ແລະ ຄວາມສຳພັນກັບເຟສເອັກ ພາຍຫຼັງໄດ້ຮັບລາຍງານກ່ຽວກັບການປ່ຽນເສັ້ນທາງຂົນສົ່ງວັດສະດຸ 2 ຫໍ່ ທີ່ລະບຸສົ່ງໄປຍັງສຳນັກງານຂອງຮົວເຫວີຍໃນອາຊີໜຶ່ງໃນນັ້ນກໍຄືສຳນັກງານທີ່ ສສ ຫວຽດ ນາມ.

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: AFP

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...