spot_img
Homeຂ່າວຕ່າງປະເທດຮົວເຫວີຍທົບທວນຄວາມສຳພັນທາງທຸລະກິດກັບເຟສເອັກ

ຮົວເຫວີຍທົບທວນຄວາມສຳພັນທາງທຸລະກິດກັບເຟສເອັກ

Published on

ບໍລິສັດຮົວເຫວີຍ ສປ ຈີນ ປະກາດທົບທວນຄວາມຮ່ວມມືກັບບໍລິສັດຂົນສົ່ງລະດັບໂລກຄື ເຟສເອັກໃນອາເມຣິກາ ພາຍຫຼັງໄດ້ຮັບລາຍງານການປ່ຽນເສັ້ນທາງຂົນສົ່ງວັດສະດຸຂອງຮົວເຫວີຍ.

ທ່ານ ໂຈ ເຄລລີ ໂຄສົກຂອງບໍລິສັດຮົວເຫວີຍປະຈຳພາກພື້ນອາເມຣິກາກ່າວວ່າ ຄະນະຜູ້ບໍລິຫານຂອງຮົວເຫວີຍມີມະຕິທົບທວນຄືນຄວາມຮ່ວມມືທາງທຸລະກິດ ແລະ ຄວາມສຳພັນກັບບໍລິສັດເຟສເອັກຊຶ່ງເປັນຜູ້ໃຫ້ບໍລິການດ້ານຂົນສົ່ງ ແລະ ຈັດສົ່ງສິນຄ້າດ່ວນລະຫວ່າງປະເທດລາຍໃຫຍ່ຂອງອາເມຣິກາ ເນື່ອງຈາກໄດ້ຮັບລາຍງານວ່າ ເຟສເອົັກປ່ຽນເສັ້ນທາງຈັດສົ່ງວັດສະດຸ 2 ຫໍ່ ຊຶ່ງມີປາຍ ທາງໄປຍັງສຳນັກງານຂອງຮົວເຫວີຍໃນອາຊີ ໜຶ່ງໃນນັ້ນກໍຄືສຳນັກງານທີ່ຫວຽດນາມໄປຍັງສະຖານທີ່ແຫ່ງໜຶ່ງໃນອາເມຣິກາ ແລະ ຍັງພະຍາຍາມປ່ຽນເສັ້ນທາງສົ່ງວັດສະດຸທີ່ມີປາຍທາງໄປຍັງຮົວເຫວີຍໃນອາຊີອີກ 2 ຫໍ່.

ສະຖານະການດັ່ງກ່າວເກີດຂຶ້ນເກືອບ 2 ອາທິດຫຼັງກະຊວງອຸດສາຫະກຳໃນນະຄອນວໍຊີງຕັນຂຶ້ນບັນຊີດຳບໍລິສັດຮົວເຫວີຍເມື່ອວັນທີ 17 ພຶດສະພາຜ່ານມາຕາມຄຳສັ່ງສະຖານະການສຸກເສີນດ້ານເຕັກໂນໂລຊີຂອງປະທານາທິບໍດີ ໂດນັລ ທຣັມ ແຕ່ຍັງມີເວລາຜ່ອນ ຜັນ 90 ວັນໃຫ້ກັບຮົວເຫວີຍ ແລະ ບໍລິສັດຄູ່ຄ້າໃນອາເມຣິກາສຳລັບຈັດການທຸລະກຳ ແລະ ຂໍ້ຕົກລົງທີ່ຍັງຄ້າງຄາໃຫ້ສຳເລັດ ຢ່າງ ໃດກໍຕາມ ມີການວິເຄາະວ່າ ລັດຖະບານວໍຊີງຕັນອາດຂະຫຍາຍເວລາຜ່ອນຜັນຕື່ມອີກໃນອະນາຄົດ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: REUTERS

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...