spot_img
Homeຂ່າວຕ່າງປະເທດເຟສເອັກເປີດໂຕນະວັດຕະກຳໃໝ່

ເຟສເອັກເປີດໂຕນະວັດຕະກຳໃໝ່

Published on

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 27 ພຶດສະພາ 2019 ວ່າ ບໍລິສັດເຟສເອັກຊຶ່ງເປັນບໍລິສັດຂົນສົ່ງຊັ້ນນຳລະດັບໂລກໄດ້ເປີດໂຕນະວັດຕະກຳໃໝ່ຫຼ້າສຸດນັ້ນກໍຄື ແມັກແພັກ ວິກ (Medpak VIoC) ໃນພູມີພາກອາຊີ-ປາຊີຟິກ ຊຶ່ງກໍຄືກ່ອງຮັກສາອຸນຫະພູມກັນຮ້ອນທີ່ມາພ້ອມລະບົບເຊັນເຊີກວດສອບສະຖາການສົ່ງສິນຄ້າ.

ແມັກແພັກ ວິກ ຫຼື ໂຊລູເຊິນຫ່ວງໂສ້ຄວາມເຢັນເປັນເຄື່ອງມືບໍລິການດ້ານໂລຈິສຕິກທີ່ສາມາດຮັກສາລະດັບອຸນຫະພູມຂອງສິນຄ້າລະຫວ່າງຂົນສົ່ງ ຊຶ່ງຖືເປັນນະວັດຕະກຳລຸ້ນໃໝ່ ຫຼ້າສຸດທີ່ມີໃນພູມີພາກອາຊີ-ປາຊີຟິກ ນອກຈາກຈະສາມາດຮັກສາລະດັບອຸນຫະ ພູມໄວ້ໃຫ້ຄົງຢູ່ໃນພາວະປົກກະຕິແລ້ວ ຍັງຊ່ວຍເພີ່ມຄວາມສະດວກສະບາຍ ແລະ ກຸ້ມຄ່າໃນການຂົນສົ່ງວັດສະດຸທີ່ຕ້ອງຄວບຄຸມເລື່ອງອຸນຫະພູມ.

ລາຍງານຂ່າວດຽວກັນລະບຸຕື່ມວ່າ ແມັກແພັກ ວິກ ສາມາດນຳມາໃຊ້ໃໝ່ໄດ້ໂດຍມາພ້ອມກັບຊະນວນສຸນຍາກາດກັນຄວາມຮ້ອນທີ່ຊ່ວຍຫຼຸດການໃຊ້ພະລັງງານ (Vacuum Insulated Panels – VIP) ແລະ ສານປ່ຽນສະຖານະ (Phase Change Material – PCM)  ຊຶ່ງຜ່ານການຮັບຮອງມາດຕະຖານບັນຈຸພັນສຳລັບການຂົນສົ່ງ International Safe Transit Association – ISTA 7D ຊຶ່ງສາມາດເກັບຮັກສາຫະພູມໄດ້ດົນເຖິງ 96 ຊົ່ວໂມງ ແລະ ຮອງຮັບທຸກສະຖານະການທີ່ອາດເກີດ ຂຶ້ນໂດຍບໍ່ຄາດຝັນ ຊຶ່ງເໝາະກັບອຸດສາຫະກຳທາງການແພດ (Healthcare) ຊຶ່ງນະວັດຕະກຳດັ່ງກ່າວມາພ້ອມເຕັກໂນໂລຊີ SenseAware ທີ່ມີເຊັນເຊີກວດສອບສະພາບສິນຄ້າທີ່ຢູ່ລະຫວ່າງການຈັດສົ່ງ ລວມທັງແຈ້ງເຕືອນສະພາວະຜິດປົກກະຕິທີ່ຈະສົ່ງ ຜົນກະທົບຕໍ່ສິນຄ້າເຊັ່ນ ອຸນຫະພູມ ຄວາມຊຸ່ມ ແລະ ເຫດການຕ່າງໆທີ່ຢູ່ເໜືອການຄາດເດົາ.

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: dailynews

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...