spot_img
Homeຂ່າວຕ່າງປະເທດເຈົ້າໜ້າທີ່ຊ່ວຍໄດ້ທັນ! ຫຼັງເນັດໄອດອລຊື່ດັງພະຍາຍາມຮົມຄວັນຕົນເອງ

ເຈົ້າໜ້າທີ່ຊ່ວຍໄດ້ທັນ! ຫຼັງເນັດໄອດອລຊື່ດັງພະຍາຍາມຮົມຄວັນຕົນເອງ

Published on

ເຈົ້າໜ້າທີ່ຕຳຫຼວດສາມາດຊ່ວຍຊີວິດ “ຄູຮາຣາ” ເນັດໄອດອລສາວຊື່ດັງຈາກ ສ.ເກົາຫຼີ ສະມາຊິກວົງ KARA ຂະນະທີ່ນາງພະຍາຍາມຈູດໄຟຮົມຄວັນຕົນເອງໃນຫ້ອງພັກ ແລະ ໄດ້ໂພສຂໍ້ຄວາມຜ່ານໂຊຊຽວດ້ວຍຄຳເວົ້າໃນລັກສະນະບອກລາ!.

ສຳນັກຂ່າວຊື່ດັງຂອງ ສ.ເກົາຫຼີ ໄດ້ລາຍງານວ່າ ຕຳຫຼວດໃນເຂດກັງນັມໄດ້ບຸກະເຂົ້າຊ່ວຍເຫຼືອ ຄູຮາຣາ ໄວ້ໄດ້ໃນເວລາປະມານທ່ຽງຄືນ (ຕາມເວລາທ້ອງຖິ່ນ) ຊຶ່ງພົບວ່າ ມີກິ່ນຄວັນໃນຫ້ອງພັກແຕ່ຍັງບໍ່ເຖິງຂັ້ນອັນຕະລາຍເຖິງຊີວິດ ຂະນະທີ່ກ່ອນໜ້ານັ້ນນາງກໍໄດ້ໂພສຂໍ້ຄວາມສັ້ນໆວ່າ “ລາກ່ອນ” ລົງໃນອິນສະຕາແກຣມສ່ວນຕົວກ່ອນທີ່ນາງຈະລົບຂໍ້ຄວາມໃນນັ້ນຖິ້ມໃນເວລາຕໍ່ມາ.

ຂະນະທີ່ຍັງບໍ່ມີລາຍງານຄວາມຄືບໜ້າກ່ຽວກັບເລື່ອງລາວທີ່ເກີດຂຶ້ນ ທັງນີ້ ຄູຮາຣາ ເຄີຍມີເລື່ອງລາວເຂົ້າແຈ້ງຄວາມຕໍ່ເຈົ້າໜ້າທີ່ເນື່ອງຈາກຖືກຄົນຮັກທຳຮ້າຍຮ່າງກາຍ ແລະ ຂູ່ຈະປ່ອຍຄລິບວິດິໂອສ່ວນຕົວເມື່ອຊ່ວງຕົ້ນປີຜ່ານມາ ແຕ່ນາງກໍຖືກຄົນຮັກຂອງນາງຟ້ອງກັບເຊັ່ນກັນ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: DSP Media (KARA) 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...