spot_img
Homeຂ່າວຕ່າງປະເທດສາວຊາວອາເມຣິກາໝົດເງິນຫຼາຍຮ້ອຍໂດລາ ເພື່ອປິ່ນປົວແຂ້ວຂອງໝາສຸດຮັກ

ສາວຊາວອາເມຣິກາໝົດເງິນຫຼາຍຮ້ອຍໂດລາ ເພື່ອປິ່ນປົວແຂ້ວຂອງໝາສຸດຮັກ

Published on

ອໍໂຣຣາ ຣັຕເລດ ສາວຊາວອາເມຣິກາໄວ 31 ປີ ອາໄສຢູ່ທີ່ເມືອງທັລຊາ ລັດໂອກລາໂຮມາ ຊຶ່ງໄດ້ຮັບອຸປະຖຳໝາໄວ 1 ປີມາລ້ຽງນັບແຕ່ເດືອນມີນາທີ່ຜ່ານມາໂດຍທີ່ນາງບໍ່ເຄີຍຮູ້ມາກ່ອນວ່າ ໂລກີ (ຊື່ຂອງໝາ) ບໍ່ຄືກັບໝາໂຕອື່ນໆ ຂະນະທີ່ ອໍໂຣຣາ ພາມັນໄປກວດສຸພາບຈິ່ງໄດ້ຮູ້ວ່າມັນມີແຂ້ວຫຼາຍເກີນກວ່າໝາໂຕອື່ນເຖິງ 28 ເຫຼັ້ມ ດັ່ງນັ້ນ ແຂ້ວທີ່ຢູ່ໃນປາກຂອງ ໂລກີ ຈິ່ງມີແຂ້ວໃນປາກເຖິງ 70 ເຫຼັ້ມ.

ຂະນະທີ່ ອໍໂຣຣາ ພາໝາຂອງນາງໄປກວດສຸຂະພາບນັ້ນ ສະຕະວະແພດກໍຕ້ອງຕົກຕະລຶງເພາະບໍ່ເຄີຍພົບເຫັນໝາທີ່ເປັນພະຍາດແຂ້ວຫຼາຍເກີນແບບນີ້ມາກ່ອນ ພ້ອມທັງບົ່ງມະຕິວ່າ ໂລກີ ເປັນພະຍາດແຂ້ວຜິດປົກກະຕິ ຊຶ່ງອາດເກີດຈາກຄວາມຜິດປົກກະຕິຂອງຢີນ ຫຼື ສາຍພັນບໍ່ດີ ຊຶ່ງມັນມີແຂ້ວຫຼາຍກວ່າໝາທົ່ວໄປ ດັ່ງນັ້ນ ສະຕະວະແພດຈິ່ງໄດ້ຖອນແຂ້ວອອກຈາກປາກຂອງ ໂລກີ ເຖິງ 21 ເຫຼັ້ມ ຊຶ່ງຍັງເຫຼືອແຂ້ວທີ່ມີຈຳນວນເກີນຢູ່ 7 ເຫຼັ້ມ ລວມແລ້ວ ອໍໂຣຣາ ຕ້ອງຈ່າຍເງິນຄ່າຖອນແຂ້ວຂອງ ໂລກີ ເຖິງ 770 ໂດລາ.

ອໍໂຣຣາ ກ່າວອີກວ່າ ເຖິງແມ່ນວ່າຄ່າຖອນແຂ້ວຈະແພງກໍຕາມ ແຕ່ນາງກໍເຕັມໃຈທີ່ຈະຈ່າຍເພາະເຫັນວ່າການຊ່ວຍເຫຼືອສັດມີຄ່າຫຼາຍກວ່າເງິນ ພ້ອມນີ້ ນາງກໍໄດ້ຝາກເຕືອນວ່າ ບໍ່ຄວນຈະມີການປະສົມພັນສັດທີ່ມີສາຍພັນບໍ່ເກີດຂຶ້ນອີກ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: khaosod.co.th

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...