Homeຂ່າວຕ່າງປະເທດຈີນເປີດໂຕລົດໄຟຕົ້ນແບບຄວາມໄວສູງ

ຈີນເປີດໂຕລົດໄຟຕົ້ນແບບຄວາມໄວສູງ

Published on

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 24 ພຶດສະພາວ່າ ສປ ຈີນ ໄດ້ເປີດໂຕຂະບວນລົດໄຟທີ່ມີຊື່ວ່າ “ແມັກເລຟ” ທີ່ເມືອງຊິງເຕົາ ມົນທົນຊານຕົງ ຊຶ່ງເປັນລົດໄຟຕົ້ນແບບທີ່ມີຄວາມໄວສູງສຸດຄື 600 ກີໂລແມັດຕໍ່ຊົ່ວໂມງ

ທ່ານ ຕິງ ຊານຊານ ຫົວໜ້າທີມວິໄຈ ແລະ ພັດທະນາລົດໄຟດັ່ງກ່າວໃຫ້ຮູ້ວ່າ ລົດໄຟຕົ້ນແບບສາມາດກວດສອບ ແລະ ດັດແປງໃຫ້ໃຊ້ໄດ້ກັບເຕັກໂນໂລຊີຫຼັກ ແລະ ສິ້ນສ່ວນລະບົບແກນກາງຂອງລະບົບແມັກເລຟຄວາມໄວສູງໄດ້ ຊຶ່ງປັດຈຸບັນລົດໄຟຕົ້ນແບບສາມາດລອຍຕົວແບບຄົງທີ່ (Static levitation) ໃນສະພາບດີຢ້ຽມ ຊຶ່ງຖືເປັນການວາງຮາກຖານທາງເຕັກນິກຂອງຕົ້ນແບບທາງວິສະວະກຳໃນອະນາຄົດ.

ລາຍງານຂ່າວດຽວກັນລະບຸອີກວ່າ ບໍລິສັດ ຊີອາຣຊີ ຊິງເຕົາ ຊິຟາງ (CRRC Qingdao Sifang) ຜູ້ຜະລິດລົດໄຟສັນຊາດຈີນພວມກໍ່ສ້າງສູນທົດລອງ ແລະ ສູນການຜະລິດລົດໄຟແມັກເລຟຄວາມໄວສູງ ຊຶ່ງຄາດວ່າຈະເປີດໃຊ້ງານໃນຊ່ວງເຄິ່ງປີ 2019 ນີ້.

ຂະນະທີ່ການວິໄຈ ແລະ ການພັດທະນາຕົ້ນແບບທາງວິສະວະກຳຂອງລົດໄຟແມັກເລຟຄວາມໄວສູງຂະໜາດ 5 ຕູ້ໂດຍສານແມ່ນພວມເດີນໜ້າເຕັມຮູບແບບ ໂດຍມີກຳນົດເປີດສາຍການຜະລິດໃນປີ 2020 ແລະ ຈະທົດສອບເພື່ອຂໍອະນຸຍາດໃຊ້ງານໃນປີ 2021.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: sanook.com

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...