spot_img
Homeຂ່າວທ້ອງຖິ່ນສິ້ນສ່ວນຍານອະວະກາດຈີນຕົກໃສ່ຫຼາຍຈຸດຂອງເມືອງປາກຊ່ອງ! ຈີນພ້ອມຮັບຜິດຊອບຫາກແມ່ນເລື່ອງຈິງ

ສິ້ນສ່ວນຍານອະວະກາດຈີນຕົກໃສ່ຫຼາຍຈຸດຂອງເມືອງປາກຊ່ອງ! ຈີນພ້ອມຮັບຜິດຊອບຫາກແມ່ນເລື່ອງຈິງ

Published on

ສືບເນື່ອງມາຈາກຂ່າວທີ່ໄດ້ລາຍງານເມື່ອວັນທີ 23 ພຶດສະພາ 2019 ທີ່ຜ່ານມາ ຊຶ່ງໄດ້ພົບສິ້ນເສດວັດຖຸອະວະກາດຂອງຈີນຕົກລົງຢູ່ 3 ພື້ນທີ່ໃນເຂດພາກໃຕ້ຄື ແຂວງຈຳປາສັກ ທີ່ບ້ານບຶງງາມ ເມືອງໂຂງ ຖືກບໍລິເວນດິນຂອງປະຊາຊົນ ແລະ ຕົກຢູ່ບ້ານທົ່ງເສັດ ເມືອງປາກຊ່ອງ ແຂວງຈຳປາສັກ ຖືກເຮືອນຂອງປະຊາຊົນ ນອກນີ້ ຍັງຕົກຢູ່ແຂວງສາລະວັນ ທີ່ເດີນໂຮງຮຽນບ້ານໜອງຕົມ ເມືອງເລົ່າງາມ.

ໃນວັນທີ 24 ພຶດສະພາ 2019 ທ້າວ ສອນໄຊ ຈັນທະວີ ນັກຂ່າວເມືອງປາກຊ່ອງໄດ້ໃຫ້ຂໍ້ມູນກັບທີມຂ່າວຂອງລາວໂພສວ່າ ທາງຄະນະກຳມາທິການທີ່ກ່ຽວຂ້ອງຂອງເມືອງໄດ້ລົງເກັບກຳຂໍ້ມູນຢ່າງລະອຽດ ເພື່ອລາຍງານໃຫ້ຂັ້ນເທິງໄດ້ຮັບຊາບ ເພື່ອຫາວິທີແກ້ໄຂ ແລະ ໃຫ້ການຊ່ວຍເຫຼືອແກ່ປະຊາຊົນທີ່ຖືກຜົນກະທົບ ຊຶ່ງຄາດວ່າຍັງມີອີກຫຼາຍຈຸດທີ່ປະຊາຊົນໄດ້ພົບເຫັນສິ້ນສ່ວນດັ່ງກ່າວ ແຕ່ຍັງບໍ່ທັນໄດ້ລາຍງານໃຫ້ພາກສ່ວນທີ່ກ່ຽວຂ່້ອງຮັບຊາບ.

ແລະເມື່ອຕອນເຊົ້າເວລາຂອງວັນທີ 23 ພຶດສະພາ 2019 (ເວລາ 6:30 ໂມງ) ໄດ້ພົບວັດຖຸຕົກຈາກທ້ອງຟ້າ ແລະ ຄາດວ່າຈະເປັນສິ້ນສ່ວນຍານອະວະກາດຂອງຈີນທີ່ຕົກລົງໃນຫຼາຍຈຸດຂອງເມືອງປາກຊ່ອງ ແຂວງຈຳປາສັກ ໂດຍສະເພາະແມ່ນເຮືອນຂອງປະຊາຊົນ ແລະ ສວນກາເຟ ແຕ່ບໍ່ມີລາຍງານຜູ້ໄດ້ຮັບບາດເຈັບ ຫຼື ເສຍຊີວິດ ສຳລັບຈຸດທີ່ສິ້ນສ່ວນຍານອະວະກາດຕົກໃສ່ປະກອບມີ ບ້ານພູໂອຍ ເປັນສິ້ນສ່ວນໂລຫະໜັກ 0,5 ກີໂລກຣາມ ຕົກຫ່າງຈາກເຮືອນປະຊາຊົນປະມານ 9 ແມັດ (ບໍ່ໄດ້ຮັບຄວາມເສຍ ຫາຍ) ບ້ານຫ້ວຍເສັດ ຕົກໃສ່ເຮືອນປະຊາຊົນ 2 ຫຼັງ (ກະເບື້ອງຫຼັກຄາເຮືອນແຕກ 6 ແຜ່ນ) ບ້ານກະຕວດ ພົບເຫັນສິ້ນສ່ວນເຫຼັກໜັກ 20 ກີໂລກຣາມ ຍາວ 3 ແມັດ (ຕົກໃສ່ດິນສວນປະຊາຊົນ) ບ້ານພູມອນ ​ບ້ານໜອງຫີນຂາວ ແລະ ບ້ານໜອງສຳພັນ ທັງ 3 ບ້ານແມ່ນພົບເຫັນສິ້ນສ່ວນຍານອະວະກາດຕົກໃສ່ໃນເຂດດິນສວນປະຊາຊົນ ແລະ ບ້ານທົ່ງກະຕ່າຍ ມີສິ້ນສ່ວນຍານອະວະ ກາດຕົກໃສ່ຫຼັງຄາເຮືອນ 1 ຫຼັງ.

ຕໍ່ຂ່າວດັ່ງກ່າວ ປັດຈຸບັນຫ້ອງການກະຊວງໂຍທາທິການ ແລະ ຂົນສົ່ງ ກໍໄດ້ອອກແຈ້ງການເຖິງອົງການປົກຄອງແຂວງສົມທົບກັບພະແນກ ຍທຂ ແຂວງ ຫ້ອງການ ຍທຂ ເມືອງ ລົງເກັບກຳສະພາບຕົວຈິງເພື່ອສັງລວມຄວາມເສຍຫາຍເພື່ອຈະໄດ້ລາຍງານໃຫ້ຂັ້ນເທິງຮັບຊາບເພື່ອລາຍງານຕໍ່ລັດຖະບານຕາມລຳດັບ ແລະລັດຖະບານຈະໄດ້ລາຍງານຕໍ່ໃຫ້ຍັງເຈົ້າຂອງໂຄງການດັ່ງກ່າວຖ້າຫາກເປັນຄວາມຈິງແທ້ ທັງນີ້ ທາງກະຊວງ ຍທຂ ກໍຍັງບໍ່ທັນໄດ້ຮັບການຢັ້ງຢືນຢ່າງເປັນທາງການຈາກທ້ອງຖິ່ນເທື່ອ.

ຂະນະທີ່ຫ້ອງການກະຊວງ ຍທຂ ກໍໄດ້ຢືນຢັນວ່າ ຖ້າຫາກເຫດການດັ່ງກ່າວເກີດຂຶ້ນຈິງ ແລະ ມີຄວາມເສຍຫາຍແທ້ ທາງຝ່າຍຈີນຈະເປັນຜູ້ຮັບຜິດຊອບທັງໝົດ.

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ນັກຂ່າວເມືອງປາກຊ່ອງ ແລະ ໜັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...