ນະຄອນວໍຊິງຕັນເປັນລັດທຳອິດທີ່ຍ່ອຍສະຫຼາຍສົບຄົນຕາຍກາຍເປັນປຸ໋ຍ

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 23 ພຶດສະພາຜ່ານມາວ່າ ວໍຊິງຕັນກາຍເປັນລັດທຳອິດຂອງອາເມຣິກາທີ່ຜ່ານກົດ ໝາຍອະນຸຍາດໃຫ້ນຳຮ່າງຜູ້ເສຍຊີວິດຍ່ອຍສະຫຼາຍເປັນປຸ໋ຍ ພາຍຫຼັງທີ່ ທ່ານ ນາງ ແຄັດທຣີນາ ສະເປດ ເຈົ້າແຂວງໄດ້ສະເໜີນະໂຍບາຍເປັນມິດກັບສິ່ງແວດລ້ອມ ແລະ ໄດ້ລົງນາມຮັບຮອງເປັນທີ່ຮຽບຮ້ອຍ ຊຶ່ງຈະມີຜົນບັງຄັບໃຊ້ຢ່າງເປັນທາງການໃນເດືອນພຶດສະພາ 2020 ທັງນີ້ ກໍເພື່ອຫຼຸດການປ່ອຍແກ໊ສກາກບອນຈາກການເຜົາສົບ ແລະ ການຝັງສົບ.

ທ່ານ ນາງ ແຄັດເທຣີນາ ກ່າວຕື່ມວ່າ ສຳລັບຂະບວນການຍ່ອຍສະຫຼາຍຮ່າງໄຮ້ວິນຍານຂອງມະນຸດໃຫ້ກາຍເປັນປຸ໋ຍມີມາເກືອບ 10 ປີແລ້ວ ຊຶ່ງໄດ້ພັດທະນາຮ່ວມກັບມະຫາວິທະຍາໄລໃນລັດວໍຊິງຕັນ ໂດຍການທົດລອງທາງການແພດກັບຮ່າງຜູ້ບໍລິຈາກລົງຕູ້ເຫຼັກທີ່ມີລັກສະນະ 6 ຫຼ່ຽມ ໃນນັ້ນ ປະກອບມີແຜ່ນເສດໄມ້ອັລຟັນຟາ ພືດຕະກູນຖົ່ວ ແລະ ເສັ້ນຟາງ ຫຼັງຈາກນັ້ນກໍປິດຕູ້ຢ່າງມິດຊິດເພື່ອໃຫ້ຈຸລິນຊີຍ່ອຍສະຫຼາຍຮ່າງໄຮ້ວິນຍານເປັນເວລາ 30 ວັນຈົນແຫ້ງເປັນດິນທີ່ອຸດົມດ້ວຍສານອາຫານທີ່ເໝາະສຳລັບເປັນປຸ໋ຍພືດສຳລັບພືດຜັກສວນຄົວ.

ສຳລັບນະວັດຕະກຳດັ່ງກ່າວເອີ້ນວ່າ ພິທີຝັງສົບທີ່ເປັນມິດກັບສິ່ງແວດລ້ອມ ຊຶ່ງພວມໄດ້ຮັບຄວາມນິຍົມໃນອາເມຣິກາ ໂດຍມີຫຼາຍບໍລິສັດສະເໜີໂລງສົບອໍຣແກນນິກ ຫຼື ຝັງສົບດ້ວຍຜ້າຫໍ່ສົບ ທັງນີ້ ເຄີຍມີດາຣາຊີຣີຊື່ດັງທີ່ເສຍຊີວິດກໍໄດ້ແຈ້ງເຈດຈຳນົງໃຫ້ນຳສົບຕົນເອງໄປຝັງດ້ວຍໂລງສົບຍ່ອຍສະຫຼາຍ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: ໄທຣັດ